ເຈົ້າຄອງ ນະຄອນຫຼວງວຽງຈັນ ພົບປະສອງຝ່າຍ ກັບ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງ ຮ່າໂນ້ຍ
ເວລາອອກຂ່າວ: 2024-09-18 10:32:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1254 | ຄວາມນິຍົມ: ![]()
ວັນທີ 17 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ນະຄອນຫຼວງ ຮ່າໂນ້ຍ ເຊິ່ງນຳໂດຍ ທ່ານ ເຈີ່ນ ສີ ແທ່ງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນ ນະຄອນຫຼວງ ຮ່າໂນ້ຍ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ຟ໋ານ ມີ່ງ ຈ້ຽນ ທີ່ປຶກສາດ້ານການເມືອງ ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຖານເພື່ອນມິດສະຫາຍ ອ້າຍນ້ອງ ມາຍັງ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ, ພ້ອມກັນນັ້ນ ກໍໄດ້ຕີລາຄາສູງຕໍ່ຜົນການຮ່ວມມືຂອງສອງ ນະຄອນຫຼວງ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ຈະຢູ່ໃນໄລຍະໃດ, ເວລາໃດກໍຕາມ ພວກເຮົາ ກໍຍັງຍຶດໝັ້ນອຸດົມການ ແລະ ຄວາມຮັກແພງສະໜິດສະໜົມຖານເພື່ອນມິດຍຸດທະສາດຕໍ່ກັນໃຫ້ນັບມື້ໄດ້ຮັບໝາກຜົນຢ່າງເປັນຮູບປະທໍາ ແລະ ມີຄວາມໝາຍເລິກເຊິ່ງ, ການເດີນທາງມາເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງ ນະຄອນຫຼວງ ຮ່າໂນ້ຍ ໃນຄັ້ງນີ້ ຖືວ່າເປັນການປະກອບສ່ວນອັນສໍາຄັນໃນການເຮັດໃຫ້ກອງປະຊຸມມີຄວາມສຳເລັດ ທັງເປັນການຍົກສູງພາລະບົດບາດ ຂອງກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ, ພ້ອມນັ້ນ, ກໍເປັນການສະແດງໃຫ້ເຫັນເຖິງນໍ້າໃຈຮັກແພງອັນດູດດື່ມ ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ດັ່ງມິດສະຫາຍອ້າຍນ້ອງທີ່ເກີດໃນຄອບຄົວເຮືອນຫຼັງດຽວກັນ ແລະ ຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄື: ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















