ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ປະກາດການບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກກອງບັນຊາການ, ກຳມະການຄະນະພັກ ແລະ ເລຂາຄະນະພັກຮາກຖານຫ້ອງເສນາທິການ ທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2024-09-20 16:53:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1415 | ຄວາມນິຍົມ:



ໃນວັນທີ 19 ກັນຍາ 2024 ນີ້, ການປະກາດການບົ່ງຕົວແຕ່ຕັ້ງຮອງເລຂາຄະນະພັກ, ກຳມະການຄະນະພັກ ແລະ ເລຂາຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ. ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານປກຊ-ປກສ ແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ, ມີສະຫາຍ ລຳທອງ ຂອບສີດາວົງ ກໍາມະການປະຈໍາພັກແຂວງ ປະທານອົງການກວດກາລັດຂັ້ນແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ພະນັກງານຫຼັກແຫຼ່ງຈາກອົງການ 5 ຫ້ອງ, ພະແນກການ, ກອງບັນຊາການທະຫານເມືອງຈາກ 14 ຕົວເມືອງ, 1 ນະຄອນ, ໂຮງຮຽນການທະຫານທ້ອງຖິ່ນ, ໂຮງໝໍທະຫານແຂວງ, ກອງພັນ, ກອງຮ້ອຍເອກກະລາດເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ລາຍງານວຽກງານຮອບດ້ານການນຳພາ-ຊີ້ນຳຂອງຄະນະພັກກອງບັນຊາການທະຫານແຂວງໃນໄລຍະຜ່ານມາ ໂດຍສະເພາະການປະຕິບັດວຽກງານ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ຮັບໝາກຜົນເປັນຢ່າງດີ. ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກແລະ ກໍາມະການຄະນະພັກ ກອງບັນຊາການທະຫານແຂວງສະຫວັນນະເຂດ ຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ເປັນຮອງເລຂາຄະນະພັກ ແລະ ສະຫາຍ ພັນເອກ ຄຳສາ ຮຽມຈຳປາຄຳ ເປັນກໍາມະການຄະນະພັກ ກອງບັນຊາການ ແລະ ຜ່ານມະຕິຕົກລົງ ຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ຄຳສາ ຮຽມຈຳປາຄຳ ເປັນເລຂາຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ. ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະການນຳທຸກຂັ້ນຈົ່ງພ້ອມກັນ ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ. ໂດຍສະເພາະເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງໃຫ້ໜັກແໜ້ນ, ເຂັ້ມແຂງ, ຫັນເອົາພະນັກງານລົງການກໍ່ສ້າງຮາກຖານການເມືອງກັບປະຊາຊົນຕາມຂອບເຂດຕົນເອງຮັບຜິດຊອບ ເພື່ອເຮັດໃຫ້ປະຊາຊົນໄດ້ເຊື່ອມຊຶມ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດໃນໄລຍະໃໝ່, ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ໄດ້ທັງຄຸນນະພາບ ແລະ ປະລິມານດີຂຶ້ນກວ່າເກົ່າ, ປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ ໂດຍປະຕິບັດ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ໃຫ້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ໂດຍ: ຄຳໃສ + ວິລະພົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ