ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງປະຊຸມໃຫຍ່ສະມາຊິພັກ ຄັ້ງທີVIl ຂອງຄະນະພັກຮາກຖານຫ້ອງພະລາທິການ ທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2024-09-20 16:58:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1522 | ຄວາມນິຍົມ:



ກອງປະຊຸມໃຫຍ່ສະມາຊິພັກ ຄັ້ງທີVIl ຂອງຄະນະພັກຮາກຖານຫ້ອງພະລາທິການ ທະຫານແຂວງບໍລິຄຳໄຊ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 20 ກັນຍາ 2024 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ, ມີແຂກຖືກເຊີນ, ພະແນກການກ່ຽວຂ້ອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ສະຫາຍ ພັນເອກ ດາວພະຫັດ ພູມສະຫວ່າງວີ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານຫ້ອງພາລາທິການທະຫານແຂວງບໍລິຄໍາໄຊ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຄະນະພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນຳໃນໄລຍະຊຸມປີຜ່ານາມາ ເຫັນວ່າມີຜົນສໍາເລັດຫຼາຍດ້ານ. ເປັນຕົ້ນແມ່ນ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນປະຈຳ, ນຳເອົາບັນດາເອກະສານຕ່າງໆມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງພາຍໃນຢ່າງປົກກະຕິ. ພ້ອມນັ້ນ, ຄະນະພັກໄດ້ຖືສໍາຄັນໃນການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາໄປຄຽງຄູ່ກັບການບໍາລຸງ-ກໍ່ສ້າງພະນັກງານ ຕາມທິດ 3 ຮຸ່ນ 3 ປະເພດ, ຮັບປະກັນໄດ້ລັກສະນະສືບທອດປ່ຽນແທນ, ທົ່ວຮາກຖານພັກມີ 6 ໜ່ວຍພັກຂຶ້ນກັບ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກ 46 ສະຫາຍ. ດ້ານວຽກງານແກ້ໄຂຊີວິດການເປັນຢູ່ໂດຍປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງ. ໃນນັ້ນ, ໄດ້ຊີ້ນໍາພະນັກງານ-ນັກຮົບເອົາໃຈໃສ່ຕໍ່ວຽກງານເພີ່ມພູນຜະລິດຜົນ, ສຸມໃສ່ປູກຝັງແລະລ້ຽງສັດ ເພື່ອຮັບປະກັນໃນການສ້າງພະລາທິການກັບທີ່ເຮັດໃຫ້ກຳລັງ ກໍຄືກົມກອງມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ. ກອງປະຊຸມ, ສະມາຊິກພັກຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່. ໃນນີ້, ເຫັນດີເປັນເອກະພາບ ເລືອກເອົາ: ສະຫາຍ ພັນເອກ ດາວພະຫັດ ພູມສະຫວ່າງວີ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນຮອດ ສູນດາລາ ເປັນຮອງເລຂາ, ສະຫາຍ ພັນໂທ ອຸ່ນຄໍາ ປັນທະວີຄູນ ເປັນກໍາມະການທັງເປັນປະທານການກວດກາພັກ, ສະຫາຍ ພັນໂທ ສີມອນ ແກ້ວມະນີ ເປັນກໍາມະການທັງເປັນຮອງປະທານກວດກາພັກ, ສະຫາຍ ພັນໂທ ແສງມະນີ ເຫງຍຈັນທະສອນ, ສະຫາຍ ພັນໂທ ບຸນເພັງ ດວງພາວັນ ແລະ ສະຫາຍ ພັນໂທ ນາງ ເຄືອຄໍາ ໄຊຍະຈັກ ເປັນກຳມະການຄະນະພັກ ຊຸດໃໝ່. ໂອກາດນີ້ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກໍໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສຳເລັດ, ນຳພາ-ຊີ້ນຳ ພະແນກການພາຍໃນຫ້ອງປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ດີ ແລະ ມີຜົນສຳເລັດ, ເຮັດວຽກມີແບບແຜນ, ລວມສູນປະຊາທິປະໄຕ, ເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃນກົມກອງໃຫ້ເປັນປົກກະຕິ. ນອກນັ້ນ, ກໍຕ້ອງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກໃຫ້ກວ້າງຂວາງ. ຄຽງຄູ່ກັນນັ້ນ, ກໍຕ້ອງສ້າງພະລາທິການກັບທີ່ຕາມທິດນຳ 4 ປູກ 4 ລ້ຽງ ເພື່ອສ້າງກົມກອງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ