ທະຫານແຂວງບໍ່ແກ້ວ ໄດ້ມອບເງິນຊ່ວຍເຫຼືອໄພນ້ຳຖ້ວມ ໃຫ້ທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2024-09-23 16:25:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1324 | ຄວາມນິຍົມ: ![]()
ໃນວັນທີ 20 ກັນຍາ 2024 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ນຳເອົາເງິນ ຈຳນວນ 30.000.000 ກີບ ໄປມອບໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມພາຍໃນແຂວງຫຼວງນ້ຳທາໃນຕົ້ນເດືອນກັນຍາຜ່ານມາ. ຕາງໜ້າກ່າວມອບໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການລະດົມນ້ຳໃຈ ກໍຄືການເສຍສະຫຼະວັດຖຸປັດໄຈ ເພື່ອມາຊ່ວຍແບ່ງເບົາພາລະ ກໍຄືງົບປະມານຂອງລັດໃນການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດທີ່ຮ້າຍແຮງໃນຄັ້ງນີ້. ເຊິ່ງເປັນການປະກອບສ່ວນອັນສໍາຄັນຕໍ່ການພັດທະນາແຂວງຫຼວງນ້ຳທາ ແນໃສ່ການດໍາລົງຊີວິດຂອງປະຊາຊົນທີ່ໄດ້ຮັບຜົນກະທົບກັບຄືນສູ່ສະພາບປົກກະຕິໂດຍໄວ.
ໂດຍ: ນາງ ນີ່ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















