ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງພົນທີ 4 ປະກາດລຸລ່ວງນາຍທະຫານພັກການ ເພື່ອກຽມຮັບບຳນານ
ເວລາອອກຂ່າວ: 2024-09-25 14:22:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1434 | ຄວາມນິຍົມ:



ວັນທີ 22 ກັນຍາ 2024 ນີ້, ກອງພົນທີ 4 ໄດ້ປະກາດລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບບຳນານ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ພັກການຮັບນະໂຍບາຍບຳນານ ເຂົ້າຮ່ວມ. ສະຫາຍ ພັນໂທ ແສງທອງ ສີທະວົງ ຫົວໜ້າພະແນກພະນັກງານ ກອງພົນທີ 4 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ເພື່ອກຽມຮັບບຳນານ, ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ວ່າດ້ວຍອາຍຸກະສຽນຮັບບຳນານ ຂອງນາຍທະຫານ. ກົມໃຫຍ່ການເມືອງກອງທັບຕົກລົງ ອະນຸມັດໃຫ້ນາຍທະຫານຢູ່ ກອງພົນທີ 4 ພັກການ ເພື່ອກຽມຮັບບຳນານ ທັງໝົດ ຈຳນວນ 23 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ພັກການ ຮັບບຳນານ, ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາສະຫາຍທີ່ໄດ້ສຸມທຸກສະຕິປັນຍາ, ອຸທິດເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍເອົາໃຈໃສ່ສຶກສາອົບຮົມໃຫ້ລູກຫຼານ ແລະ ປະຊາຊົນຢູ່ທ້ອງຖິ່ນທີ່ຕົນເອງອາໃສຢູ່ໃຫ້ເຊື່ອມຊຶມກຳແໜ້ນແນວທາງຂອງພັກ ແລະ ນຳພາຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບວຽກງານຕົວຈິງ, ເປັນແບບຢ່າງນຳພາປະຊາຊົນສ້າງເສດຖະກິດຢູ່ຮາກຖານກຸ່ມບ້ານ, ໂດຍຖືເອົາວຽກງານ 4 ປູກ 4 ລ້ຽງ ຕາມທ່າແຮງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ. ໂດຍ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ