ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ
ເວລາອອກຂ່າວ: 2024-09-25 14:29:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1440 | ຄວາມນິຍົມ:



ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ສະໄໝທີ I ຮອບທີ 3, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ. ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ແລະ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະພັກໂຮງຮຽນ ຕະຫຼອດໄລຍະທີ່ຜ່ານມາ ເພື່ອໃຫ້ຜູ້ແທນກອງປະຊຸມມີຄຳເຫັນຕີລາຄາໃນການປັບປຸງຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມດັ່ງກ່າວໃຫ້ມີຄວາມສົມບູນຂຶ້ນກວ່າເກົ່າ. ຈາກນັ້ນ, ອະນຸກຳມະການທາບທາມບຸກຄະລາກອນ ກໍໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນເປັນແບບຢ່າງນຳໜ້າໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ເຄົາລົບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນແຂງແຮງດີ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງໃຊ້ສິດຂອງຕົນໃນການປ່ອນບັດ ຕ້ອງມີການໄຈ້ແຍກ ເບິ່ງທັດສະນະຄວາມຮູ້, ຄວາມສາມາດນຳພາ-ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເພື່ອແນໃສ່ເຮັດໃຫ້ການຄັດເລືອກຄະນະພັກຊຸດນີ້ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກວາງອອກ. ຈາກນັ້ນ, ຄະນະຜູ້ແທນສົມບູນ ກໍໄດ້ໃຊ້ສິດຂອງຕົນປ່ອນບັດທາບທາມເລືອກເອົກບຸກຄະລາກອນທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະໄໝທີ I ຮອບທີ 3 ສຳເລັດຕາມແຜນການ. ໂດຍ: ໂອລິນ ມິ່ງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ