ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຄະນະຜູ້ແທນວິທະຍາຄານວິທະຍາສາດການທະຫານ ສສ ຫວຽດນາມ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ເວລາອອກຂ່າວ: 2024-09-25 14:31:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1591 | ຄວາມນິຍົມ:



ໃນລະຫວ່າງວັນທີ 22-24 ກັນຍາ 2024 ນີ້, ຄະນະຜູ້ແທນວິທະຍາຄານວິທະຍາສາດການທະຫານ ສສ ຫວຽດນາມ, ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຫງວຽນດິງຈຸງ ຫົວໜ້າການເມືອງ ວິທະຍາຄານ ວິທະຍາສາດການທະຫານ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ພ້ອມດ້ວຍຄະນະ, ມີ ທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳຢູ່ ສປປ ລາວ ແລະ ບັນດາສະຫາຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີພົບປະສອງຝ່າຍໄດ້ຈັດຢູ່ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ສປປ ລາວ ເຊິ່ງທັງສອງໄດ້ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືອັນເປັນມູນເຊື້ອຄວາມສາມັກຄີພິເສດຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ແລະ ສອງກົມກອງທີ່ມີມູນເຊື້ອອັນດີຕໍ່ກັນຕະຫຼອດມາ. ພ້ອມກັນນີ້, ຍັງໄດ້ຕີລາຄາເຖິງການພົວພັນຮ່ວມມື ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ, ສະພາບການເຄື່ອນໄຫວໃນຕໍ່ໜ້າ ແລະ ຍາວນານທ້າມກາງສະພາບການຂອງໂລກມີການປ່ຽນແປງ ໂດຍສະເພາະຂົງເຂດທາງດ້ານຍຸດທະສາດການທະຫານທ່າອ່ຽງທີ່ຈະເກີດຂໍ້ຜິດພາດຕາມມາ. ສຳລັບກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດລາວ ແມ່ນປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດຕາມສິດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນທີ່ເຄີຍພົວພັນຮ່ວມມືກັບຄູ່ຮ່ວມວຽກງານວິຊາສະເພາະກັບກະຊວງປ້ອງກັນປະເທດ ສສ ຫວຽດນາມ ເປັນຕົ້ນກົມວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ສະຖາບັນຍຸທະສາດປ້ອງກັນຊາດ, ສະຖາບັນປະຫວັດສາດ, ສູນຂໍ້ມູນ-ຂ່າວສານ ກອງບັນຊາການ 306 ແລະ ວິທະຍາຄານຈຳນວນໜຶ່ງຂອງ ສສ ຫວຽດນາມ ຜ່ານມາເຄີຍແລກປ່ຽນຜູ້ແທນຢ້ຽມຢາມເຊິ່ງກັນ ແລະ ກັນ, ເປີດຊຸດອົບຮົມວິຊາສະເພາະ ຊ່ວຍເຫຼືອວິຊາການທີ່ຈໍາເປັນມາຊຸກຍູ້ໃຫ້ວຽກງານຂອງກົມວິທະຍາສາດ-ປະຫວັດສາດການທະຫານ ເຮັດໃຫ້ວຽກງານທີ່ໄດ້ຮັບການມອບໝາຍມີຄວາມສຳເລັດເປັນຢ່າງດີ. ໂອກາດນີ້, ກອງປະຊຸມຍັງໄດ້ແລກແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບກ່ຽວກັບການປ່ຽນແປງບາງທັດສະນະແນວຄວາມຄິດການຖອນຕົວອອກຈາກການເປັນສະມາຊິກຍຸດທະສາດສາມຫຼ່ຽມພັດທະນາຂອງກຳປູເຈຍ ໂດຍຝ່າຍລາວຕີລາຄາວ່າເປັນຍ້ອນປັດໄຈພາຍໃນຂອງປະເທດເພື່ອນບ້ານເອງສ່ວນລາວຍັງຢຶດໝັ້ນອຸດົມການສັງຄົມນິຍົມສາມຊາດເຄີຍຄຽງບ່າຄຽງໄຫຼຕີຕ້ານສັດຕູໂຕດຽວກັນ ຈົນສາມາດປົດປ່ອຍໃຫ້ປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ເຊື່ອໝັ້ນວ່າຄວາມສາມັກຄີເປັນບໍ່ເກີດຂອງຄວາມສຳເລັດທຸກພາກສ່ວນຕ້ອງມີສ່ວນຮ່ວມປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ເພີ່ມພູນຄູນສ້າງຕະຫຼອດໄປ. ໂດຍ: ສອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ