ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຄະນະນຳ ວປກ ຕ້ອນຮັບການມາຢ້ຽມຢາມຂອງ ຄະນະຜູ້ແທນວິທະຍາຄານ ວິທະຍາສາດການທະຫານ ສສ ຫວຽດນາມ
ເວລາອອກຂ່າວ: 2024-09-25 14:36:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1433 | ຄວາມນິຍົມ:



ໃນວັນທີ 24 ກັນຍາ 2024 ນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນ ວິທະຍາຄານ ວິທະຍາສາດການທະຫານ ສສ ຫວຽດນາມ, ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ດິງ ຈຸງ ຫົວໜ້າການເມືອງ ວິທະຍາຄານ ວິທະຍາສາດການທະຫານ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພົນຈັດຕະວາ ຫງວຽນ ດິງ ຈຸງ ພ້ອມດ້ວຍຄະນະ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນສະນິດສະໜົມ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງກອງທັບລາວ-ຫວຽດນາມ. ເວົ້າລວມ, ເວົ້າສະເພາະ ກໍຄືລະຫວ່າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກັບ ວິທະຍາຄານ ວິທະຍາສາດການທະຫານ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຫງວຽນ ດິງ ຈຸງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດແໜ້ນຂອງ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ພ້ອມທັງຢືນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອ ແລະ ການພົວພັນຮ່ວມມືໃຫ້ດີທີ່ສຸດເພື່ອປະກອບສ່ວນສົ່ງເສີມຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງ ປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ກໍຄື ລະຫວ່າງ ວິທະຍາຄານ ວິທະຍາສາດການທະຫານ ກັບ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ມີໝາກຜົນເປັນຮູບປະທຳກວ່າເກົ່າ. ໂດຍ: ສົງການ ທະວີສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ