ທະຫານແຂວງຫຼວງພະບາງ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2024-09-25 14:38:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1515 | ຄວາມນິຍົມ: ![]()
ພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ແລະ ຍ້ອງຍໍຜົນງານ 5 ປີ, ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີອົງການ, ກົມກອງ, ພະແນກການ ແລະ ພາກສ່ວນກຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໃນນັ້ນ, ໄດ້ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 97 ສະຫາຍ, ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 158 ສະຫາຍ, ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍານວນ 45 ສະຫາຍ ແລະ ວາທີ ຂຶ້ນຊັ້ນ ຮ້ອຍຕີ ຈໍານວນ 83 ສະຫາຍ.
ສະຫາຍ ພັນໂທ ບຸນເພັງ ພັນພວງເພັດ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍໃຫ້ບຸກຄົນ, ເຊິ່ງໃນນີ້ ໄດ້ມອບຫຼຽນໄຊພິລະອາດຫານຊັ້ນ l ຈຳນວນ 4 ສະຫາຍ, ຊັ້ນ ll ຈຳນວນ 56 ສະຫາຍ, ຊັ້ນ lll ຈຳນວນ 303 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 372 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 257 ສະຫາຍ, ຍ້ອງຍໍເຈົ້າແຂວງ 436 ສະຫາຍ, ຍ້ອງຍໍກອງບັນຊາການທະຫານແຂວງ 262 ສະຫາຍ, ໂດຍແມ່ນ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ແລະ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງການເມືອງ ທະຫານແຂວງ ພັດປ່ຽນກັນມອບ ແລະ ປະດັບຢ່າງສົມກຽດ.
ຂ່າວ: ສົມພອນ ສຸວັນທອນ
ພາບ: ບຸນເພັງ + ທອງລິດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















