ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການແຂ່ງຂັນຮ້ອງເພງຈີນ “ເພື່ອຄວາມຮັກແພງລາວ-ຈີນ” ຮອບຊີງຊະນະເລີດຢູ່ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2018-11-19 10:28:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ວັນທີ 17 ພະຈິກ 2018 ນີ້, ທີ່ ຫໍວັດທະນະທໍາແຫ່ງຊາດນະ ຄອນຫຼວງວຽງຈັນໄດ້ຈັດງານ ແຂ່ງຂັນຮ້ອງເພງຈີນ “ເພື່ອ ຄວາມຮັກແພງລາວ-ຈີນ” ຄັ້ງ ທີ 3 ຮອບຊີງຊະນະເລີດ ທີ່ຈັດ ໂດຍວິທະຍຸສາກົນແຫ່ງປະເທດ ຈີນ CRI ປະຈໍາລາວ ຮ່ວມກັບ ສະຖາບັນຂົງຈື້ ມະຫາວິທະຍາໄລ ແຫ່ງຊາດລາວ ແລະ ໂທ ລະພາບເຂດກວາງຊີ ສປ ຈີນ ໂດຍພາຍໃຕ້ການຊີ້ນໍາຂອງກະ ຊວງຖະແຫຼງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ແລະ ສະ ຖານທູດ ສປ ຈີນ ປະຈໍາ ສປປ ລາວ ໂດຍການເປັນປະທານ ຮ່ວມຂອງທ່ານ ອຸ່ນທວງ ຂາວ ພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແລະ ທ່ານ ຈ້າວ ເສິນກ່າງ ທີ່ປຶກສາການເມືອງ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາແຂກຖືກ ເຊີນ,ຜູ້ສະໜັບສະໜູນ ພ້ອມດ້ວຍ ມວນຊົນທັງ ລາວ ແລະຈີນ 1.000 ກວ່າຄົນເຂົ້າຮ່ວມຮັບ ຊົມ. ສໍາລັບການແຂ່ງຂັນຮ້ອງ ເພງຈີນ “ເພື່ອຄວາມຮັກແພງ ລາວຈີນ ” ຄັ້ງທີ 3 ຮອບຊີງຊະ ນະເລີດຄັ້ງນີ້, ມີຜູ້ເຂົ້າແຂ່ງຂັນ ທັງໝົດ 12 ຄົນ ໂດຍໄດ້ແບ່ງ ອອກເປັນສອງສາຍຄື: ສາຍຄົນ ລາວ 6 ຄົນ ແລະ ສາຍຄົນຈີນ 6 ຄົນ, ຮອບຊີງຊະນະເລີດ ໄດ້ຄັດ ເລືອກເອົານັກຮ້ອງເພງຈີນທີ່ ເກັ່ງທີ່ສຸດປະກອບມີ, ນໍ້າສຽງ, ຈັງຫວະ, ລີລາທ່າທາງ, ການ ແຕ່ງກາຍຜ່ານການປະກວດ ຜູ້ທີ່ຮ້ອງເພງຈີນໄດ້ດີເດັ່ນກວ່າ ໝູ່ສາຍຄົນລາວຊະນະເລີດ ໄດ້ແກ່ນາງ ຖິ່ນລໍາພອນ ມະຫາ ວົງ ໄດ້ຮັບເງິນລາງວັນ 13 ລ້ານ ກີບ, ທີສອງທ້າວ ພອນທິດາ ຄໍາ ສາຍສຸກ ໄດ້ຮັບເງິນລາງວັນ 6 ລ້ານກີບ, ທີສາມນາງ ທິບພະ ຈັນ ກາຍຍະວົງ ໄດ້ຮັບເງິນລາງ ວັນ 3 ລ້ານກີບ ແລະ ລາງວັນ ຊົມເຊີຍຄົນລະ 1 ລ້ານກີບ ມີ ນາງ ເພັດພູທອງ ພົມມະລຽນ, ນາງ ສຸລິຈິນດາ ສຸລິຍະເດດ ແລະ ນາງ ນ້ອຍ ສົມສະຫວັນ. ສ່ວນສາຍຄົນຈີນຊະນະເລີດໄດ້ ແກ່ທ້າວ ຫວາງຈື້້ເສີນ ໄດ້ຮັບ ເງິນລາງວັນ 13 ລ້ານກີບ, ທີ ສອງນາງ ຫວາງໄຫ້ລີ້ ໄດ້ຮັບ ເງິນລາງວັນລະ 6 ລ້ານກີບ, ທີສາມທ້າວ ຫຼິວຈ້ຽນ ໄດ້ຮັບ ເງິນລາງວັນ 3 ລ້ານກີບ ແລະ ລາງວັນຊົມເຊີຍ ທ້າວ ຢາວ ຢວນ, ນາງ ຫານເຊ້ຍ, ທ້າວ ມ໋າຊາວ ໄດ້ຮັບເງິນລາງວັນຄົນ ລະ 1.000.000 ກີບ. ພິເສດ ຜູ້ຊະນະເລີດຈາກສາຍຄົນລາວ ຈະໄດ້ໄປທັດສະນະສຶກສາຢູ່ ສປ ຈີນ ທີ່ສະໜັບສະໜູນໂດຍສະຖາ ບັນຂົງຈື້ ມະຫາວິທະຍາໄລ ແຫ່ງຊາດ. ນອກນັ້ນ, ພາຍໃນ ງານ ຍັງໄດ້ມີການຈັບສະຫຼາກ ມອບໂຊກໂທລະສັບ huawei mate 20 pro ໜຶ່ງໜ່ວຍ ແລະ ປີ້ຍົນໄປກັບ 2 ທ່ານໃຫ້ແກ່ຜູ້ເຂົ້າ ຊົມ ແລະ ລາງວັນ ອື່ນໆອີກ. ພາຍຫຼັງຊົມການແຂ່ງຂັນ, ທ່ານ ອຸ່ນທວງ ຂາວພັນ ຮອງ ລັດຖະມົນຕີ ກະຊວງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວລາວ ໄດ້ຕີລາຄາວ່າ: ບັນ ຍາກາດໃນງານແຂ່ງຂັນຮ້ອງ ເພງຈີນ ເພື່ອຄວາມຮັກແພງ ລາວ-ຈີນ ຄັ້ງທີ 3 ມີຄວາມຄຶກ ຄື້ນ ໂດຍສະເພາະນັກຮ້ອງໄດ້ມີ ຄວາມຕັ້ງໃຈ ເພື່ອພະຍາຍາມ ໃຫ້ເຂົ້າສູ່ຮອບສຸດທ້າຍ, ໂດຍກະ ຕຸກຊຸກຍູ້ໃຫ້ຜູ້ຊົມຢູ່ຕະຫຼອດເວ ລາການແຂ່ງຂັນສະແດງໃຫ້ ເຫັນວ່າຄົນລາວເຮົາກໍສາມາດ ເຝິກຝົນພາສາຂອງຕ່າງປະເທດ ໄດ້ຂຶ້ນເທື່ອລະກ້າວ ເຊື່ອໝັ້ນວ່າ, ການຈັດງານຄັ້ງນີ້ຈະເຮັດໃຫ້ ພວກເຮົາສືບຕໍ່ເສີມສ້າງມູນເຊື້ອ ມິດຕະພາບລະຫວ່າງລາວ-ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ ທັງເປັນ ການສ້າງກິດຈະກໍາເພື່ອເປັັນ ການສົ່ງເສີມປີທ່ອງທ່ຽວລາວ-ຈີນ ໃນ 2019 ທີ່ຈະມາເຖິງນີ້ ນໍາອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ