
ຍີ່ປຸ່ນ ບຸກຊະນະ ອາຣາບີ ຊາອຸດິດ ຮອບຄັດເລືອກບານໂລກ
ເວລາອອກຂ່າວ: 2024-10-14 09:57:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 742 | ຄວາມນິຍົມ:
ບານໂລກປີ 2026 ຮອບຄັດເລືອກໂຊນອາຊີຮອບທີ 3 ກຸ່ມ C ໃນວັນທີ 10 ຕຸລາ ທີ່ຜ່ານມາ, ການແຂ່ງຂັນຄັ້ງດັ່ງກ່າວແມ່ນຈັດຂຶ້ນທີ່ປະເທດ ອາຣາບີ ຊາອຸດິດ ໂດຍການພົບກັນລະຫວ່າງທີມຊາດຍີ່ປຸ່ນ ແລະ ທີມຊາດ ອາຣາບີ ຊາອຸດິດ ຜ່ານການແຂ່ງຂັນຜົນປະກົດວ່າ: ທີມຊາດຍີ່ປຸ່ນຍັງຄົງສ້າງຜົນງານໄດ້ເດັ່ນກວ່າສາມາດເອົາຊະນະອາຣາບີ ຊາອຸດິດ ໄປດ້ວຍຄະແນນ 2-0 ປະຕູ ແລະ ຖືເປັນຊະນະ 3 ນັດຕິດຕໍ່ກັນ ໃນລາຍການບານໂລກຮອບຄັດເລືອກປີ 2026.
ເກມການແຂ່ງຂັນຄັ້ງດັ່ງກ່າວ ທີມຊາດຍີ່ປຸ່ນສະແດງໃຫ້ເຫັນເຕັກເນັກການຫຼິ້ນໄດ້ດີກວ່າ ແລະ ສາມາດຍິງປະຕູ ທຳອິດໃນນາທີທີ 14 ຈາກການຍິງປະຕູຂອງຄາມາດະ, ປະຕູທີສອງ ໄດ້ຈາກການຍິງຂອງ ໂຄກິໂອກາວະ ໃນນາທີທີ 81 ເຮັດ
ໃຫ້ທີມຊາດຍີ່ປຸ່ນ ຊະນະໄປແບບບໍ່ຍາກ. ຈາກຜົນໄຊຊະນະໃນນັດນີ້ເຮັດໃຫ້ຍີ່ປຸ່ນ ມີຄະແນນລວມ 9 ຄະແນນເຕັມຈາກ 3 ນັດ ຂຶ້ນເປັນທີມນຳໃນກຸ່ມ C. ສ່ວນທີມຊາດ ອາຣາບີ ຊາອຸດິດ ຄະນະນີ້ມີ 4 ຄະແນນ ຢູ່ອັນດັບ 3 ຂອງກຸ່ມ.
ສ່ວນຜົນການແຂ່ງຂັນຄູ່ອື່ນໆ ຄື: ກຸ່ມA ອຸດເບກິດສະຖານ ສະເໝີ ອີຣານ 0-0 ປະຕູ, ກາຕາ ຊະນະ ກຽກກິດສະຖານ 3-1 ປະຕູ, ສະຫະລັດ ອາຣັບເອມິເຣດ ສະເໝີ ສປປ ເກົາຫຼີ 1-1 ປະຕູ. ກຸ່ມ B ຊອກດານີ ເສຍ ໃຫ້ ສ ເກົາຫຼີ 0-2 ປະຕູ, ໂອມັນ ຊະນະ ກູເວດ-ປະຕູ, ອີຣັກ ຊະນະ ປາແລັດສະຕິນ 1-0 ປະຕູ. ກຸ່ມ C ອົດສະຕຣາລີ ຊະນະ ຈີນ 3-1 ປະຕູ, ບາເຣນ ສະເໝີ ອິນໂດເນເຊຍ 2-2 ປະຕູ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ