ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ທະຫານ​ເມືອງ​ນາ​ແລ ແຂວງ​ຫຼວງ​ນ້ຳ​ທາ ປິດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2024
ເວລາອອກຂ່າວ: 2024-10-14 10:03:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 464 | ຄວາມນິຍົມ:



ໃນ​ວັນ​ທີ 3 ຕຸລາ 2024, ກອງ​ບັນຊາ​ການ​ທະຫານ​ເມືອງ​ນາ​ແລ ແຂວງ​ຫຼວງ​ນ້ຳ​ທາ ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ແພງ ໄຊ​ສົງຄາມ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ນາ​ແລ, ມີ​ສະຫາຍ ອິນ​ແພງ ແສງ​ມີ​ໄຊ ຮອງ​ເຈົ້າເມືອງ ເມືອງ​ນາ​ແລ, ​ປກສ ເມືອງ, ຄະນະ​ພັກ-ຄະນະ​ບັນຊາ ຂະແໜງການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ ພະນັກງານ- ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ແພງ ໄຊ​ສົງຄາມ ໄດ້​ຜ່ານ​ບົດ​ສະ​ຫຼຸບຊຸດ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ ແລະ ພະລາ​ທິ​ການ-ເຕັກນິກ ປະຈຳ​ປີ 2024. ຜ່ານ​ການ​ເຝິກອົບຮົມ-​ຫັດ​ແອບ​ຕົວ​ຈິງ ສາມາດ​ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ ພາກ​ການເມືອງ​ບັນລຸ​ໄດ້ 92,24%; ພາກ​ສິລະ​ປະຍຸດ 93,71%; ພາກ​ຍຸດທະວິທີ 85,70%; ພາກ​ພະລາທິການ-ເຕັກນິກ 84,80% ແລະ ພາກ​ລະບຽບ​ຮູບ​ແຖວ-ກິລາ 95,88%. ສະຫາຍ ອິນ​ແພງ ແສງ​ມີ​ໄຊ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່ຄະນະ​ຮັບຜິດຊອບ ຄູ-ອາຈານ, ຕະຫຼອດ​ຮອດ ​ສຳ​ມະ​ນາ​ກອນ ທີ່​ໄດ້​ພ້ອມ​ກັນ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ ເຮັດ​ໃຫ້​ຊຸດ​ອົບຮົມ​ໃນ​ຄັ້ງ​ນີ້ ສຳເລັດ​ໄປ​ດ້ວຍ​ດີ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ນາຍ ແລະ ພົນທະ ຫານ ຈົ່ງ​ເອົາໃຈໃສ່​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ຍົກ​ສູງ​ຄວາມ​ສາ​ມະ​ຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ; ສຳລັບ​ສຳ​ມະ​ນາ​ກອນ ຈົ່ງ​ນຳ​ເອົາ​ຄວາມ​ຮູ້ ຄວາມ​ສາມາດ ບົດຮຽນ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ ແລະ ຮັບປະກັນ​ຄວາມ​ປອດ​ໄພ ໃນ​ການເຄື່ອນໄຫວ ປະຕິບັດ​ໜ້າທີ່​ວຽກ​ງານ ໃຫ້​ທັນ​ກັບ​ສະພາບ​ການ ເພື່ອ​ເຮັດ​ໃຫ້​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໂດຍ : ບຸນ​ເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ