ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ເປີດ​ກິດຈະກຳ​ກວດ​ສຸຂະພາບ, ປິ່ນປົວ ແລະ ຈ່າຍ​ຢາ​ໂດຍ​ບໍ່ເສຍ​ຄ່າ ໃຫ້​ປະຊາຊົນ​ບໍລິເວນ​ຊາຍ​ແດນ ລາວ-ຫວຽດນາມ
ເວລາອອກຂ່າວ: 2024-10-14 10:09:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ:



ພິທີ​ເປີດການເຄື່ອນໄຫວ​ກິດຈະກຳ​ກວດ​ສຸຂະພາບ, ປິ່ນປົວ​ພະຍາດ ແລະ ຈ່າຍ​ຢາ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ປະຊາຊົນ ບໍລິເວນ​ຊາຍ​ແດນ ລາວ-ຫວຽດນາມ ຢູ່​ເມືອງ ​ສົບ​ເບົາ ແຂວງ​ຫົວພັນ ແລະ ຢູ່​ຕາແສງ​ລ່ອງ​ເສິບ ເມືອງ​ມົກ​ເຈົາ ແຂວງ​ເຊິນ​ລາ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ຕຸລາ 2024 ນີ້, ຢູ່​ທີ່​ໂຮງໝໍ​ຊຸມ​ຊົນ​ເມືອງ​ສົບ​ເບົາ, ໂດຍ​ມີ​ ສະຫາຍ ພັນ​ເອກ ເຄນ​ທອງ ວັດທະນະ​ຄຳ ຮອງ​ຫົວໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິການ​ກອງທັບ​ປະຊາຊົນ​ລາວ, ສະຫາຍ ພັນ​ເອກ ພິເສດ ​ຮຈ ​ປອ ເລ​ວັນ​ດົງ ຮອງ​ຫົວໜ້າ​ກົມ​ເສນາ​ຮັກ ກອງທັບ​ປະຊາຊົນ​ຫວຽດນາມ, ມີ​ອົງການ​ປົກຄອງ​ເມືອງ, ບັນດາ​ທ່ານໝໍ, ພະຍາບານ ແລະ ໜ່ວຍ​ງານ​ວິຊາ​ການ ຈາກ 2 ກົມ​ເສນາ​ຮັກ ກອງທັບ​ປະຊາຊົນ​ລາວ-ຫວຽດນາມ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ເຄນ​ທອງ ວັດທະນະ​ຄຳ ໄດ້​ກ່າວ​ວ່າ: ວຽກ​ງານ​ຮັກສາ​ສຸຂະພາບ ເປັນ​ວຽກ​ງານ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ ແລະ ກໍ​ເປັນ​ວຽກ​ງານ​ຕົ້ນຕໍ​ຂອງ​ພະ ນັກງານ​ແພດ​ໝໍ ນອກຈາກ​ຈະ​ປິ່ນປົວ​ຄົນ​ເຈັບ​ຢູ່​ໃນ​ໂຮງໝໍ​ແລ້ວ ຍັງ​ຈະ​ໄດ້​ລົງພື້ນ​ຖານ​ເບິ່ງແຍງ​ດູ​ແລ​ສຸຂະພາບ ໃຫ້​ພໍ່​ແມ່​ປະຊາຊົນ​ທີ່ຢູ່​ເຂດ​ທຸລະກັນດານ, ຫ່າງ​ໄກ​ສອກຫຼີກ​ນຳ​ອີກ. ການ​ດຳເນີນ​ກິດຈະກຳ​ກວດ​ສຸຂະພາບ, ປິ່ນປົວ​ພະຍາດ ແລະ ແຈກ​ຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ພໍ່​ແມ່​ປະ​ຊົນ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ ໂດຍ​ສະເພາະ​ແມ່ນ​ເຂດ​ທີ່​ໝັ້ນ​ພື້ນຖານ​ການ​ປະຕິວັດ ເມືອງ​ສົບ​ເບົາ ແຂວງ​ຫົວພັນ ໃຫ້​ມີ​ສຸຂະພາບ​ແຂງແຮງ ປາສະຈາກ​ໂລກໄພໄຂ້ເຈັບ, ເຊິ່ງ​ກິດຈະກຳ​ດັ່ງກ່າວ ເປັນ​ໜຶ່ງ​ໃນ​ກິດຈະກຳ​ຂອງ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ວຽກ​ງານ​ປ້ອງ​ກັນ​ຊາດ ຊາຍ​ແດນ ຂັ້ນ​ລັດຖະມົນຕີ ລາວ-ຫວຽດນາມ ຄັ້ງ​ທີ 2 ຢູ່​ດ່ານ​ຊາຍ​ແດນ​ປ່າ​ຮ່າງ ເມືອງ​ສົບ​ເບົາ ແຂວງ​ຫົວພັນ, ທັງ​ເປັນ​ການ​ຖອດ​ຖອນ​ບົດຮຽນ ແລະ ແລກປ່ຽນ​ປະສົບ​ການ​ທາງ​ດ້ານ​ການ​ແພດ ລະຫວ່າງ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິການ​ກອງທັບ​ປະຊາຊົນ​ລາວ ແລະ ກົມ​ເສນາ​ຮັກ ກອງທັບ​ປະຊາຊົນ​ຫວຽດນາມ ທີ່​ມີ​ມູນເຊື້ອ​ມາ​ຍາວ​ນານ​ນັ້ນ ໃຫ້​ນັບ​ມື້​ໜັກ​ແໜ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະຫາຍ ພັນ​ເອກ ພິເສດ ​ຮຈ ​ປອ ເລ​ວັນ​ດົງ ໄດ້​ເນັ້ນ​ໃຫ້​ພະນັກງານ​ວິຊາ​ການ​ແພດ​ໝໍ ທັງ 2 ພາກສ່ວນ ແລະ ສາ​ທາ​ທ້ອງຖິ່ນ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ຂອງ​ຕົນ, ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເຮັດ​ສຳເລັດ​ໜ້າທີ່ ໃນ​ການ​ກວດ ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ຄົນ​ເຈັບ ເປັນ​ຢ່າງ​ດີ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ທຸກ​ດ້ານ ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເນັ້ນ​ຕື່ມ​ວ່າ: ໃນ​ໄລຍະ​ປະຕິບັດ​ໜ້າທີ່ ພະນັກງານ​ວິຊາ​ການ​ແພດ​ໝໍ​ທັງ​ສອງ​ຝ່າຍ ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ພະນັກງານ​ວິຊາ​ການ​ແພດ​ໝໍ​ທັງ​ສອງ​ຝ່າຍ ໃຫ້​ນັບ​ມື້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ການເຄື່ອນໄຫວ​ກິດຈະກຳ​ກວດ​ສຸຂະພາບ, ປິ່ນປົວ​ພະຍາດ ແລະ ຈ່າຍ​ຢາ​ໂດຍ​ບໍ່​ເສຍ​ຄ່າ ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ຈັດ​ຕັ້ງ​ຄະນະ​ທິມ​ແພດ​ຈາກ​ກົມ​ເສນາ​ຮັກ ສອງ​ກອງທັບ ລາວ-ຫວຽດນາມ ຮ່ວມ​ກັນ​ກວດ​ສຸຂະພາບ, ປິ່ນປົວ​ພະຍາດ ແລະ ຈ່າຍ​ຢາ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ປະຊາຊົນ ເຊິ່ງ​ໄດ້​ຈັດ​ຕັ້ງ​ເປັນ 3 ຈຸດ​ບໍລິການ ຄື: ຢູ່​ໂຮງໝໍ​ຊຸມ​ຊົນ​ເມືອງ​ສົບ​ເບົາ, ຢູ່​ໂຮງຮຽນ​ປະຖົມ-ມັດ​ຖະ​ຍົມ​ປ່າ​ຮ່າງ ແລະ ຢູ່​ສຸກສາລາ​ມິດຕະພາບ ຄ້າຍ​ທະຫານ​ຊາຍ​ແດນ ດ່ານ​ລ່ອງ​ເສິບ ເມືອງ​ມົກ​ເຈົາ ແຂວງ​ເຊີນ​ລາ. ກິດຈະກຳ​ດັ່ງກ່າວ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 3 ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ