
ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາເມືອງຜາອຸດົມ ມອບເງິນໃຫ້ ກອງພັນໃຫຍ່ 302
ເວລາອອກຂ່າວ: 2024-10-14 10:14:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 633 | ຄວາມນິຍົມ:
ໃນວັນທີ 2 ຕຸລາ 2024 ນີ້, ສະຖາບັນການເງິນຈຸລະພາກ ສິນຊັບເມືອງເໜືອ ສາຂາເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ນຳເອົາເງິນສົດ ຈຳນວນ 8.100.000 ກີບ ມາມອບໃຫ້ ກອງພັນໃຫຍ່ 302 ກອງພົນທີ 3 ເພື່ອນຳໃຊ້
ເຂົ້າໃນການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມແໜ້ນໜາຖາວອນ ໂດຍການກ່າວມອບຂອງ ທ່ານ ສົມວັນ ນາບຸນແພງ ຫົວ ໜ້າທີມງານຕິດຕາມໜີ້ ສະຖາບັນ
ການເງິນຈຸລະພາກສິນຊັບເມືອງເໝືອ ສາຂາເມືອງຜາອຸດົມ ແຂວງບໍ່ແກ້ວ, ກ່າວຮັບໂດຍ ສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງ, ມີ ສະຫາຍ ພັນເອກ ຄຳສອນ ໄຊສົງຄາມ ຫົວໜ້າການທະຫານ ພ້ອມດ້ວຍຄະນະ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ສະແດງຄວາມຂອບໃຈ ຕໍ່ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ເຫັນໄດ້ຄວາມຫຍຸ້ງຍາກຂອງກົມກອງ ຍາມໃດກໍໃຫ້ການຊ່ວຍເຫຼືອ ແລະ ຊຸກຍູ້ຕະຫຼອດມາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເງິນຈຳນວນດັ່ງກ່າວໄປນຳໃຊ້ເຂົ້າໃນການປັບປຸງກໍ່ສ້າງກົມກອງ ໂດຍສະເພາະແມ່ນສຳນັກງານ ກອງພັນໃຫຍ່ 302 ໃຫ້ມີຄວາມແໜ້ນໜາຖາວອນ. ການປະກອບສ່ວນຊຸກຍູ້ຂອງສະຖາບັນການເງິນຈຸລະພາກໃນຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ກອງພັນໃຫຍ່ 302 ກອງພົນທີ 3 ກັບ ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອສາຂາເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ