ສຳເລັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2018-11-19 10:31:20 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:
ໃນວັນທີ 16 ພະຈິກ 2018 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງ ກັນປະເທດໄດ້ສຳເລັດກອງປະ ຊຸມສ້າງແຜນກຳນົດພະນັກງານ ນຳພາ-ບັນຊາຂັ້ນສູນກາງຄຸ້ມ ຄອງຂອງກະຊວງປ້ອງກັນປະ ເທດ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນ ຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີ ຄະນະພັກກະຊວງປ້ອງກັນປະ ເທດ, ຄະນະພັກກົມໃຫຍ່, ຫ້ອງ ວ່າການກະຊວງເຂົ້າຮ່ວມ.
ໃນກອງປະຊຸມໃນນີ້, ຄະນະ ພັກແຕ່ລະຂັ້ນ ໄດ້ພ້ອມກັນຄົ້ນ ຄວ້າໃນການສ້າງແຜນກຳນົດ ພະນັກງານນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງຂອງກະ ຊວງປ້ອງກັນປະເທດ ໂດຍອີງ
ຕາມຈຸດ ພິເສດ ແລະ ຄວາມຮຽກ
ຮ້ອງຕ້ອງການສະເພາະໜ້າຂອງ ຕຳແໜ່ງງານໃນແຕ່ລະຂະແໜງ ການ, ແຕ່ລະເຫຼົ່າຮົບ ແນໃສ່ ການກະຕຸກຊຸກຍູ້ ໃຫ້ພະນັກງານ ເຝິກຝົນຫຼໍ່ຫຼອມຕົນເອງເພື່ອຮັບ ປະກັນການປະຕິບັດໜ້າທີ່ໃນໄລ ຍະໃໝ່ນັ້ນຈຶ່ງຕ້ອງການໃຫ້ມີ ຄວາມຮັບປະກັນລັກສະສົມສ່ວນລະຫວ່າງພະນັກງານ 3 ຮຸ່ນຄື: ພະນັກງານອາຍຸສູງ, ພະນັກ ງານອາຍຸປານກາງ ແລະ ພະນັກ ງານໜຸ່ມນ້ອຍຜູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຄຸນທາດການ
ເມືອງໜັກແໜ້ນເພື່ອມາ ເປັນຜູ້ສືບຖອດຮັບພາລະກຳ ຂອງກອງທັບ ກໍຄືຂອງປະເທດ ຊາດ,ນຳພາປັບປຸງການກໍ່ສ້າງ ກຳລັງປະກອບອາວຸດໃຫ້ມີ ຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນເປັນຫຼັກແຫຼ່ງແກ່ນສານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ກ້າວ ເດີນຕາມອຸດົມການສັງຄົມນິຍົມ ດ້ວຍທວງທ່າອັນໜັກແໜ້ນ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ