ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເຜີຍແຜ່ເອກະສານແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ
ເວລາອອກຂ່າວ: 2024-10-16 14:20:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5209 | ຄວາມນິຍົມ:



ກົມໃຫຍ່ເຕັກນິກກອງທັບ ໄດ້ເຜີຍແຜ່ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບທີ 2 (ປີ 2024-2028) ໃນວັນທີ 16 ຕຸລາ 2024 ນີ້, ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ການເຜີຍແຜ່ໃນຄັ້ງນີ້ໄດ້ຊີ້ໃຫ້ເຫັນວ່າ: ສອງຊາດ ລາວ-ຈີນ ແມ່ນມີລະບອບການເມືອງທີ່ຄ້າຍຄືກັນ, ເປັນປະເທດທີ່ຍືດໝັ້ນເສັ້ນທາງສັງຄົມນີຍົມຄືກັນ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ, ສາຍນໍ້າຕິດຈອດກັນ ແລະ ມີມູນເຊື້ອຮີດຄອງະເພນີ, ວັດທະນະທໍາຄ້າຍຄືກັນ, ມີມິດຕະພາບອັນດີງາມມາແຕ່ບູຮານນະການ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໄດ້ມີການພົວພັນກັນມາແຕ່ປີ 1959 ແລະ 2 ລັດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1961, ຈາກນັ້ນ, ພາຍໃຕ້ການນໍາພາຂອງສອງພັກ, ສອງລັດ ກໍຄືການນໍາຂອງສອງຝ່າຍ, ສາຍພົວພັນລາວ-ຈີນ ກໍໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ເປັນຕົ້ນແມ່ນ ໃນປີ 2000 ການນໍາສູງສຸດຂອງສອງປະເທດ ໄດ້ກຳນົດການຮ່ວມມື ຕາມທິດໝັ້ນຄົງ ຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ ຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ປີ 2009 ໄດ້ຍົກລະດັບການພົວພັນຂຶ້ນເປັນການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ, ປີ 2013 ຝ່າຍຈີນໄດ້ໃຫ້ທັດສະນະວ່າ ການພົວພັນ ລະຫວ່າງ ສອງຊາດ ລາວ-ຈີນ ບໍ່ແມ່ນການພົວພັນແບບທົ່ວໄປ, ແຕ່ເປັນການພົວພັນແບບຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ, ປີ 2016 ສອງຝ່າຍໄດ້ລະບຸໃນຖະແຫຼງການຮ່ວມ ລາວ-ຈີນ ວ່າ: ສອງ ປະເທດ ເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ, ປີ 2017 ສອງຝ່າຍໄດ້ຢືນຢັນຄືນເຖິງການເປັນຄູ່ຮ່ວມຊາຕາກາ ລະຫວ່າງ ສອງປະເທດ ແລະ ພ້ອມກັນ ຕີລາຄາວ່າ, ການພົວພັນລາວ-ຈີນ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ຢູ່ໃນໄລຍະທີ່ດີທີ່ສຸດ ໃນປະຫວັດສາດການພົວພັນ ລະຫວ່າງ ສອງປະເທດ; ປີ 2018 ສອງ ຝ່າຍ ໄດ້ຕົກລົງເປັນເອກະພາບກັນ, ກ່ຽວກັບການລິເລີ່ມສ້າງ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາກໍາ ລາວ-ຈີນ ລະຫວ່າງ ສອງພັກ ແລະ ໄດ້ຮັບການລົງນາມໂດຍເລຂາທິການໃຫຍ່ຂອງ ສອງພັກ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 30 ເມສາ 2019, ເຊິ່ງຈຸດພິເສດຂອງແຜນແມ່ບົດສະບັບໃໝ່ (ສະບັບທີ່ 2), ໂດຍລວມແລ້ວເຫັນວ່າ: ດ້ານໂຄງສ້າງແມ່ນຍັງຮັກສາໄວ້ຄືເກົ່າ, ເຊິ່ງປະກອບດ້ວຍເນື້ອໃນການຮ່ວມມື 5 ຂົງເຂດ, ແຕ່ມີເນື້ອໃນທີ່ລະອຽດຄົບຖ້ວນ ແລະ ລົງເລິກ ໃນບັນດາຂະແໜງການຫຼາຍກວ່າເກົ່າ, ຊຶ່ງມີລັກສະນະທີ່ສັງລວມເອົາເນື້ອໃນຂອງແຜນແມ່ບົດ ສະບັບທີ 1 ແລະ ຖະແຫຼງການຮ່ວມ ສະບັບທ້າຍ ປີ 2022 ເຂົ້າໃສ່ກັນຊຶ່ງທັງ 5 ດ້ານ ແມ່ນສາມາດຈັດຕັ້ງປະຕິບັດໄດ້ ແລະ ຈະນໍາເອົາຜົນປະໂຫຍດໃຫຍ່ຫຼວງມາສູ່ລາວ ໂດຍຝ່າຍ ຈີນ ໄດ້ສະ ເໜີໃຫ້ການຊ່ວຍ ເຫຼືອ ໃນຫຼາຍຂົງເຂດ, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເນັ້ນໜັກຫຼາຍຄັ້ງ ໃນໂອກາດພົບປະສອງຝ່າຍ ກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ວ່າ: ຄູ່ຮ່ວມຊາຕາກຳ ຈີນ-ລາວ ເປັນຄູ່ຮ່ວມຊາຕາກຳແບບພິເສດ ໃນຂອບເຂດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ພິເສດຢູ່ບ່ອນວ່າ ຈີນ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ນໍາພາໂດຍພັກກອມມູນິດ, ການຢຶດໝັ້ນການນໍາພາຂອງພັກ ແລະ ອຸດົມການສັງຄົມນິຍົມ ແມ່ນທາດແທ້ຂອງສາຍພົວພັນ ຈີນ-ລາວ, ທັງແມ່ນລັກສະນະຈະແຈ້ງ ຂອງການສ້າງຄູ່ຮ່ວມັຊາຕາກໍາ ຈີນ-ລາວ, ສະນັ້ນ, ສອງຝ່າຍ ຕ້ອງຖືເອົາແຜນແມ່ບົດສະບັບໃໝ່ເປັນ ບ່ອນອີງ ໃນການຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ກ້າວເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ເພີ່ມເນື້ອໃນໃໝ່ຂອງການພົວພັນຮ່ວມມື ສອງພັກ, ສອງລັດ ລາວ-ຈີນ ໃນຕໍ່ໜ້າ, ໂດຍສະເພາະ ການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງ ແລະ ວັດທະນະທໍາ-ສັງຄົມ, ໃນການຈັດຕັ້ງເຜີຍແຜ່ເອກະສານແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນຄັ້ງນີ້ ກໍ່ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບຢູ່ພາຍໃນກົມໃຫຍ່ເຕັກນິກກອງທັບ ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວໃຫ້ໝັ້ນຄົງທະນົງແກ່ນກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ. ຂ່າວໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ