ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງຄະນະພັກຮາກຖານກອງພັນ 160
ເວລາອອກຂ່າວ: 2024-10-16 15:31:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4723 | ຄວາມນິຍົມ: ![]()
ໃນວັນທີ 16 ຕຸລາ 2024 ນີ້ , ຄະນະພັກຮາກຖານກອງພັນ 160 ຈັດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາຜູ້ແທນ, ຕາງ ໜ້າພະແນກຈັດຕັ້ງພັກ ພ້ອມດ້ວຍສະມາຊິກພັກສົມບູນເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທ່ຽງ ແສງມະນີ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນ 160, ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເພື່ອຕີລາຄາຄືນການນໍາພາ-ຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານກອງພັນ 160 ຕະຫຼອດໄລຍະ 5 ປີ ທີ່ຜ່ານມາເຫັນວ່າ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຕໍ່ກັບວຽກງານການເມືອງ ເຮັດໃຫ້ກົມກອງມີຄວາມສະຫງົບ ເຄື່ອນໄຫວຕິດຕາມ ກຳແໜ້ນສະພາບການ, ບັນດາປະກົດການຫຍໍ້ທໍ້ຕ່າງໆ ເພື່ອແກ້ໄຂໃຫ້ທັນເວລາ, ຫັນລົງກໍ່ສ້າງຮາກຖານການເມືອງ ໂດຍເນັ້ນໃສ່ການກໍ່ສ້າງພື້ນຖານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດກົມກອງຮັບຜິດຊອບ ເພື່ອເຮັດສໍາເລັດໜ້າທີ່ການເມຶອງທີ່ຕົນຮັບຜິດຊອບ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ໄດ້ຄຸນນະພາບຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ, ກໍ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຽງຄູກັບການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ.
ໃນກອງປະຊຸມ ຄະນຜູ້ແທນຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມນັ້ນ ກໍ່ໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານ ຊຸດໃໝ່ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ຂອງຄະນະພັກຂັ້ນເທິງ ໄດ້ຕາມຄາດໝາຍ. ກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະສັນ ເລືອກເອົາ ສະຫາຍ ພັນຕີ ສຸກສະໄໝ ນໍລະວົງ ເປັນເລຂາຄະນະພັກ, ສະຫາຍ ພັນຕີ ສົມໝາຍ ຈັນທະຄູນ ເປັນຮອງເລຂາ , ສະຫາຍ ພັນຕີ ສຸກຖາວອນ ວິໄລພົງ ເປັນປະທານກວດກາ, ສະຫາຍ ພັນຕີ ອິນຊຽງ ແກ້ວວົງສາ ເປັນຮອງປະທານກວດກາ, ສະຫາຍ ຮ້ອຍເອກ ສາຄອນ ແສນບານຄຳ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສໍາຄັນ ພ້ອມທັງເນັ້ນໜັກໃຫ້ ຄະນະພັກຊຸດໃໝ່ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເປັນແບບຢ່າງນໍາໜ້າ ໃຫ້ແກ່ມະຫາຊົນ, ມີຄວາມຈົງຮັກພັກດີ ແລະ ຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ, ຕໍ່ປະເທດຊາດ, ມີຄວາມສາມັກຄີຮັກແພງ, ຈິງໃຈຕໍ່ໜູ່ຄະນະ, ດໍາລົງຊິວິດປອດໃສຂາວສະອາດ, ຕັ້ງໜ້າຄົ້ນຄວ່າຮໍ່າຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ສູງຂຶ້ນຢ່າງບໍ່ຢູດຢັ້ງ, ຮັດແໜ້ນຄວາມສາມັກຄີເປັນເອກະພາບ ພາຍໃນຄະນະພັກ ກໍຄື ພາຍໃນກອງພັນ 160, ປະຕິບັດຫຼັກການລວມສູນ ປະຊາທິປະໄຕຂອງພັກ ພ້ອມກັນນຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເພື່ອສ້າງໃຫ້ໄດ້ຜົນງານ ແລະ ໄຊຊະນະອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ເພື່ອນຳພາກອງພັນ 160 ໃຫ້ມີຄວາມກ້າວ ໜ້າຢ່າງບໍ່ຢຸດຢັ້ງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















