ກອງພົນທີ 1 ປາຖະກະຖາວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ
ເວລາອອກຂ່າວ: 2024-10-21 12:07:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2543 | ຄວາມນິຍົມ: ![]()
ວັນທີ 17 ຕຸລາ 2024 ນີ້, ກອງພົນ 1 ໄດ້ປາຖະກະຖາ ລະນຶກຫວນຄືນ ວັນປະຫວັດສາດວັນສຳຄັນຕ່າງໆ ຂອງຊາດ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານກອງພົນທີ 1, ມີຄະນະພັກ-ຄະນະບັນຊາ, ອົງການ 05 ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍ ເຂົ້າຮ່ວມ.
ເອກະສານທີ່ນຳມາປາຖະກະຖາໃນຄັ້ງນີ້ປະກອບມີ ຄື: ເອກກະສານວັນປະກາດເອກະລາດ ຄົບຮອບ 79 ປີ, ວັນຄູແຫ່ງຊາດ ຄົບຮອບ 30 ປີ, ວັນສ້າງຕັ້ງການທູດລາວ, ວັນກຳລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະກິດປະຕິວັດຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 75 ປີ. ການປາຖະກະຖາໃນຄັ້ງນີ້ ແມ່ນເປັນການລະນຶກຫວນຄືນມູນເຊື້ອອັນອົງອາດກ້າຫານຂອງຄົນລາວເຮົາໃນການຕໍ້ສູ້ກູ້ຊາດ ທີ່ຈັກກະພັດເຂົ້າມາຮຸກຮານລາວ ແລະ ມູນເຊື້ອມິດຕະພາບຄວາມສາມັກຄີ ທັງນີ້, ເພື່ອເປັນການສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານ- ນັກຮົບກຳໄດ້ເນື້ອໃນ, ຄວາມໝາຍ, ຄວາມສຳຄັນມູນເຊື້ອ ວັນປະວັນສາດທີ່ສຳຄັນຂອງຊາດ ຂອງພັກ ແລະ ເປັນການຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີ, ຄຸນສົມບັດ, ສິນທຳປະຕິວັດຂອງນັກປະຕິວັດຂອງ ພັກ-ລັດ, ທາດແທ້ມູນເຊື້ອປະຕິວັດ, ຄວາມຈົ່ງຮັກພັກດີອັນສູງສົ່ງ, ຄວາມເດັດໜຽວແໜ້ນອັນສະຫຼາດສ່ອງໃສ, ແບບແຜນການນຳພາ-ບັນຊາ ແລະ ແບບແຜນດຳລົງຊີວິດທີ່ປອດໃສ, ບົດຮຽນອັນລ້ຳຄ່າ ແລະ ພ້ອມກັນ ເສີ່ມສ້າງມູນເຊື້ອຂອງຊາດຂອງພັກ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕະຫຼອດໄປ.
ໃນພິທີ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງ ວັນສົມ ຍັງໄດ້ມອບຫຼຽນກາລະນຶກ 65 ປີ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບັນດາອະດີດຫົວໜ້າພະແນກ, ຮອງພະແນກຊາວໜຸ່ມ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຈົ່ງນຳເອົາເອກະສານໃນຄັ້ງນີ້ ໄປເຜີຍແຜ່ໃຫ້ບັນດາກົມກອງ ກໍຄືພະນັກງານ-ນັກຮົບ ໃຫ້ຮູ້ ແລະ ເຊື່ອມຊຶມ ພ້ອມກັນຈັດຕັ້ງປະຕິບັດເຝິກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງນຳໜ້າໃນທຸກຂະບວນການ, ເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















