ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ທະຫານແຂວງຫຼວງພະບາງ ຜ່ານແຜນການ, ມອບໝາຍໜ້າທີ່ໃຫ້ອານຸກໍາມະການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V
ເວລາອອກຂ່າວ: 2024-10-21 14:23:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2919 | ຄວາມນິຍົມ:



ກອງປະຊຸມເຜີຍແຜ່ແຜນການ, ມອບໝາຍໜ້າທີ່ໃຫ້ອານຸກໍາມະການ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາສອນ ໂພທິວັນ ຫົວໜ້າຫ້ອງເສນາທະຫານແຂວງ ໄດ້ຂຶ້ນຜ່ານແຜນການ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ເພື່ອເປັນພື້ນຖານໃຫ້ແກ່ການກະກຽມ ແລະ ດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂອງກອງທັບ, ໃຫ້ມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມກໍານົດເວລາຂອງສູນສະຖິຕິແຫ່ງຊາດ, ສ່ວນຂອບເຂດ ແລະ ເປົ້າໝາຍການສໍາຫຼວດຂອງກອງບັນຊາການທະຫານແຂວງຫຼວງພະບາງ ແມ່ນບັນດາອົງການ 6 ຫ້ອງ, ສະຫະພັນນັກຮົບເກົ່າແຂວງ, ກອງບັນຊາການທະຫານເມືອງ 11 ເມືອງ ແລະ 1 ນະຄອນ, ບັນດາກອງພັນ, ກອງຮ້ອຍເອກະລາດ, ສູນເສຍອົງຄະ, ໂຮງຮຽນການທະຫານທ້ອງຖິ່ນ ແລະ ບັນດາໜ່ວຍງານທີ່ຂຶ້ນກັບກອງບັນຊາການທະຫານແຂວງ, ເຊິ່ງການເດີນສໍາຫຼວດຈະປະຕິບັດໃຫ້ສໍາເລັດພາຍໃນ 21 ວັນ, ໃນລະຫວ່າງວັນທີ 10 ກຸມພາ 2025 - 29 ມີນາ 2025. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດໃນຄັ້ງນີ້, ແມ່ນເພື່ອເກັບກໍາຂໍ້ມູນກ່ຽວກັບພົນລະເມືອງ ແລະ ທີ່ຢູ່ອາໄສພົນລະເມືອງຂອງ ສປປ ລາວ ເພື່ອເກັບກໍາມີຂໍ້ມູນພື້ນຖານໃຫ້ແກ່ການວາງແຜນນະໂຍບາຍດ້ານປະຊາກອນ ແລະ ຄຸ້ມຄອງພົນລະເມືອງ, ທັງເປັນບ່ອນອີງໃຫແກ່ການພັດທະນາຊັບພະຍາກອນມະນຸດ ຮອງຮັບການພັດທະນາເສດຖະກິດສັງຄົມ ລວມທັງສະພາບການເຄື່ອນໄຫວຂອງພົນລະເມືອງໃນທຸກໆ 10 ປີ. ຂ່າວ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ