ກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ
ເວລາອອກຂ່າວ: 2024-10-25 11:37:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2718 | ຄວາມນິຍົມ: ![]()
ວັນທີ 25 ຕຸລາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ອາຊຽນ - ບວກ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າບັນດາກົມ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນຂອງ ສປປ ລາວ ໄດ້ລາຍງານຫຍໍ້ກ່ຽວກັບ ຜົນສໍາເລັດຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ໃນລະຫວ່າງວັນທີ 4-7 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ; ຜົນສໍາເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃນລະຫວ່າງວັນທີ 24-27 ກັນຍາ ທີ່ຜ່ານມາ ແລະ ລາຍງານຄວາມຄືບໜ້າກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າພາບ ແລະ ປະທານ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18, ອາຊຽນ-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 19-22 ພະຈິກ ນີ້. ຈາກນັ້ນບັນດາຄະນະອະນຸກຳມະການແຕ່ລະພາກສ່ວນ ໄດ້ປະກອບຄຳຄິດຄຳເຫັນໃສ່ກອງປະຊຸມຢ່າງກົງໄປກົງມາ ເພື່ອແນ່ໃສ່ເຮັດໃຫ້ແຕ່ລະໜ້າວຽກມີຄວາມຮັດກຸ້ມ ແລະ ເນື້ອໃນມີຄວາມຄົບຖ້ວນ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດບັນດາກອງປະຊຸມທີ່ປິ່ນອ້ອມໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ຄະນະຮັບຜິດຊອບວຽກງານ ດ້ານວຽກງານຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍ ຈົ່ງພ້ອມກັນກະກຽມ ແລະ ສືບຕໍ່ດຳເນີນຕາມແຜນການ ເປັນຕົ້ນແມ່ນ ດ້ານງົບປະມານ, ພາຫະນະເຕັກນິກ, ສະຖານທີ່ພັກ ແລະ ເຄື່ອງຮັບໃຊ້ວຽກງານຕ່າງໆ, ປະສານສົມທົບກັບບັນດາປະເທດອາຊຽນໃນການພົວພັນວຽກງານ ເພື່ອເຮັດໃຫ້ການເປັນເຈົ້າພາບ ໃນຄັ້ງນີ້ໃຫ້ໄດ້ຮັບໝາກຜົນສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















