ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປະກາດສ້າງຕັ້ງ ກໍາມະບານຮາກຖານ ກອງຜະລິດກະສິກຳ ເລກ 2 ກອງທັບ
ເວລາອອກຂ່າວ: 2024-10-25 14:19:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1899 | ຄວາມນິຍົມ:



ພິທີປະກາດການສ້າງຕັ້ງ ກໍາມະບານຮາກຖານ ກອງຜະລິດກະສິກຳ ເລກ 2 ກົມຜະລິດກະສິກໍາກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນໃນ ວັນທີ 24 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກຳກົມ ໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຫົວໜ້າຫ້ອງການກຳມະບານກອງທັບ, ມີຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກົມໃຫຍ່ພະລາທິການ, ຄະນະພັກ-ຄະນະບັນຊາກົມກອງ, ພະແນກການທີ່ກ່ຽວຂ້ອງ ແລະ ສະມາຊິກກໍາມະບານເຂົ້າຮ່ວມ. ສະຫາຍ ພັນໂທ ໜູດຳ ສຸລິໄຊ ຮອງຫົວໜ້າຫ້ອງການກຳມະບານກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກຳມະບານຮາກຖານ, ອີງຕາມກົດລະບຽບຂອງສະຫະພັນກຳມະບານລາວ ວ່າດ້ວຍການສ້າງຕັ້ງ ແລະ ຍຸບເລີກການຈັດຕັ້ງກຳມະບານ, ອີງຕາມຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການສ້າງຕັ້ງ ກໍາມະບານຮາກຖານ ກອງຜະລິດກະສິກຳເລກ 2 ກອງທັບ, ອີງຕາມ ໜັງສືສະເໜີ ຂອງຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການ ແຕ່ງຕັ້ງບົ່ງຕົວຄະນະປະທານ ກຳມະບານຮາກຖານກອງຜະລິດກະສິກຳ ເລກ 2 ກອງທັບ, ຫ້ອງການກຳມະບານກອງທັບ ຕົກລົງ, ແຕ່ງຕັ້ງ ສະຫາຍ ພັນໂທ ບັນຈົງ ຫຼ້າວິເສດ ເປັນປະທານກໍາມະບານ ຮາກຖານກອງຜະລິດກະສິກຳ ເລກ 2 ກອງທັບ, ສະຫາຍ ພັນໂທ ບຸນນໍາ ພິມມະຈັນ ເປັນຮອງປະທານ, ສະຫາຍ ພັນຕີ ຫົງຄໍາ ອານຸວົງ, ສະຫາຍ ພັນໂທ ແຫຼ້ອຳພອນ ສຸລິວົງ ແລະ ສະຫາຍ ພັນໂທ ສີສະໝຸດ ອິນທະລັງສີ ເປັນຄະນະ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຖືກແຕ່ງຕັ້ງໃນຄັ້ງນີ້ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ກໍຄືສະມາຊິກກຳມະບານ, ກຳມະກອນຢູ່ກອງຜະລິດກະສິກໍາ ເປັນກົກ, ເຊື່ອມຊືມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດທຸກມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ສ້າງສະຕິຕື່ນຕົວທາງຊົນຊັ້ນກໍາມະກອນ, ດໍາລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ຮູ້ຈໍາແນກມິດ ແລະ ສັດຕູຢ່າງຈະແຈ້ງ, ເດັດດ່ຽວຍອມເສຍສະຫຼະ ເພື່ອຜົນປະໂຫຍດຂອງຊາດ, ເອົາໃຈໃສ່ປັບປຸງອົງການຈັດຕັ້ງກຳມະບານໃນແຕ່ລະຂັ້ນຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຕັ້ງໜ້າປະກອບສ່ວນອັນສໍາຄັນເຮັດໃຫ້ໜ້າທີ່ວຽກງານຂອງກົມກອງມີຜົນສໍາເລັດສູງ, ເວົ້າລວມ ເວົ້າສະເພາະກໍແມ່ນວຽກການງານຜະລິດກະສິກໍາດ້ານຕ່າງໆ ເພື່ອຮັບປະກັນໃຫ້ກອງທັບໃນແຕ່ລະໄລຍະ, ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ, ຮັບປະກັນຄວາມຍຸດຕິທໍາໃນສັງຄົມ, ເຄື່ອນໄຫວໃຫ້ແທດເໝາະກັບສະພາບຕົວຈິງຂອງກົມກອງ ແລະ ຖືກຕ້ອງຕາມທິດຊີ້ນໍາຂອງຂັ້ນເທິງວາງອອກ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ, ມີລະບຽບແບບແຜນວິທີເຮັດວຽກ, ທັດສະນະຊົນຊັ້ນກຳມະກອນ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ຊຸກຍູ້ ແລະ ສົ່ງເສີມຂະບວນການຕ່າງໆ ຂອງກຳມະບານຮາກຖານໃນແຕ່ຂັ້ນໃຫ້ມີບັນຍາກາດຟົດຟື້ນ ແລະ ຕໍ່ເນື່ອງ. ຂ່າວ-ພາບ: ມິດຕະພາບ ບຸນພະນຸໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ