ຄະນະປະຕິບັດງານພິເສດ ແຂວງ ສາລະວັນ ແລະ ເທືອທຽນເຫວ ສສ ຫວຽດນາມ ສືບຕໍ່ຊອກຫາ ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2024-10-25 14:22:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2016 | ຄວາມນິຍົມ: ![]()
ວັນທີ 24 ຕຸລາ 2024 ນີ້, ຄະນະກໍາມະການປະຕິບັດງານພິເສດ ແຂວງສາລະວັນ ສປປ ລາວ ແລະ ແຂວງ ເທືອທຽນເຫວ ສສ ຫວຽດນາມ ໄດ້ເປີດກອງປະຊຸມເອກະພາບ ແຜນການສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດ ໃນປາງສົງຄາມ ຢູ່ພື້ນທີ່ຂອງແຂວງສາລະວັນ ສົກລະດູແລ້ງ 2024-2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ພູວັນ ພີມມະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ຮອງກຳມະການປະຕິບັດງານພິເສດແຂວງສະລະວັນ ສປປ ລາວ, ມີ ສະຫາຍ ພັນເອກ ເລຮຸຍເຫງັຍ ຮອງກອງບັນຊາການ ຫົວໜ້າຫ້ອງເສນາທິການ ສສ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານພິເສດສອງແຂວງ ເຂົ້າຮ່ວມ.
ໃນກອງປະຊຸມທັງສອງຄະນະໄດ້ແລກປ່ຽນ, ຕີລາຄາສູງໝາກຜົນໃນການປະສານສົມທົບ, ປະຕິບັດໜ້າທີ່ລົງສຳຫຼວດ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດ ໃນບັນດາບັ້ນຮົບຢູ່ພື້ນທີ່ຂອງແຂວງສາລະວັນ ໃນສົກລະດູແລ້ງປີຜ່ານມາ, ໃນການປະຕິບັດໜ້າທີ່ຂອງກອງຂຸດຄົ້ນ 192 ແມ່ນໄດ້ຮັບຄວາມຊ່ວຍເຫຼືອຈາກຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນເປັນຢ່າງດີ, ພິເສດແມ່ນການເອົາໃຈໃສ່ ນຳພາ-ຊີ້ນຳ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກຈາກ ຄະນະກຳມະການປະຕິບັດງານພິເສດແຂວງສາລະວັນຕະຫຼອດມາ, ໃນປີຜ່ານມາສາມາດຊອກຄົ້ນໄດ້ 13 ອັດຖິ ເຊິ່ງໄດ້ຈັດພິທີມອບ-ຮັບ ແລະ ນຳສົ່ງກັບຄືນປະເທດຢ່າງສົມກຽດ, ຈາກນັ້ນທັງສອງຄະນະໄດ້ເຫັນດີເປັນເອກະພາບແຜນການສືບຕໍ່ເພີ່ມທະວີປະສານສົມທົບຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ສໍາຫຼວດ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິສົກປີ 2024-2025 ປະຕິບັດຕາມນະໂຍບາຍ ແລະ ບົດບັນທຶກຂອງລັດຖະບານ 2 ປະເທດ ໃຫ້ແທດເໝາະກັບສະພາບການຕົວຈິງ, ມີປະສິດທິຜົນ ແລະ ມີຄວາມປອດໄພສູງ, ສ້າງສາຍພົວພັນ ນໍ້າໃຈຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ, ປະຕິບັດດ້ວຍຫຼາຍວິທີການ, ຮູບການທີ່ເໝາະສົມ, ຕິດພັນກັບສະພາບການຕົວຈິງຊຸກຍູ້ບາດກ້າວດຳເນີນການຈັດຕັ້ງປະຕິບັດໃຫ້ມີຄວາມວ່ອງໄວ, ແນໃສ່ເຮັດສຳເລັດໜ້າທີ່, ຖືກຕ້ອງກັບແນວທາງແຜນນະໂຍບາຍຂອງສອງລັດຖະບານວາງອອກ, ຊີ້ນຳຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນຂອງບັນດາເມືອງ, ບ້ານ ແລະ ກໍາລັງປະກອບອາວຸດຢູ່ພື້ນທີ່ທີ່ມີການຂຸດຄົ້ນເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ພື້ນທີ່ເປົ້າໝາຍໂດຍສະເພາະແມ່ນເມືອງຕະໂອຍ, ສະໝ້ວຍ, ຕຸ້ມລານ, ບາງເມືອງທີ່ມີເປົ້າໝາຍເຫັນວ່າຍັງມີຂໍ້ມູນຕື່ມອີກ. ກຳນົດເວລາແມ່ນເລີ່ມແຕ່ເດືອນ ຕຸລາ 2024 ເຖິງເດືອນ ພຶດສະພາ 2025 ຈະໄດ້ຈັດພິທີມອບ-ຮັບຢ່າງສົມກຽດ ແລະ ເປັນທາງການ ຈາກນັ້ນທັງສອງຄະນະຍັງໄດ້ພ້ອມກັນເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ເນື້ອໃນແຜນການຂຸດຄົ້ນອັດຖິໃຫ້ມີຄວາມສອດຄ່ອງ ແລະເຫັນດີເປັນເອກະພາບຮ່ວມກັນຕາມບົດບັນທຶກອີກດ້ວຍ.
ກອງປະຊຸມສອງຝ່າຍໄດ້ເຊັນບົດບັນທືກ ຈາກນັ້ນທັງສອງຄະນະໄດ້ເຫັນດີເປັນເອກະພາບແຜນການສືບຕໍ່ເພີ່ມທະວີປະສານສົມທົບຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ສຳຫຼວດ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິ ສົກປີ 2024-2025.
ພາບ:ຂ່າວ:ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















