ຫ້ອງສຶກສາໂຮງຮຽນເລກ 2 ວຽງໄຊ ສະຫຼຸຸບວຽກງານ ການຮຽນ-ການສອນ
ເວລາອອກຂ່າວ: 2024-10-25 15:00:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5764 | ຄວາມນິຍົມ: ![]()
ຫ້ອງສຶກສາໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໄດ້ສະຫຼຸບວຽກງານການຮຽນ-ການສອນ ປະຈໍາສົກຮຽນ 2023-2024 ແລະ ວາງທິດທາງແຜນການ ປະຈໍາສົກຮຽນ 2024-2025, ຈັດຂຶ້ນໃນວັນທີ 24 ຕຸລາ 2024 ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ, ມີສະຫາຍ ພັນເອກ ຄູຂັນ ແກ້ວບູນມີ ຫົວໜ້າຫ້ອງສຶກສາໂຮງຮຽນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາຫ້ອງ, ກອງພັນ, ມີພະນັກງານ, ຄູ-ອາຈານ ທົ່ວຫ້ອງສຶກສາເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສົດ ສີລິວັດ ຮອງຫົວໜ້າຫ້ອງການສຶກສາໂຮງຮຽນ ໄດ້ຂຶ້ນສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນໄລຍະ 1 ສົກຮຽນຜ່ານມາເຫັນວ່າ: ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ຄູ-ອາຈານມີທັດສະນະຫຼັກໝັ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນ ມີຄວາມເປັນເອກະພາບຖືກຕ້ອງກັບການສຶກສາໃນໄລຍະໃໝ່. ໃນສົກຮຽນ 2023-2024 ມີຄູສອນຕົວຈິງ 110 ສະຫາຍ, ມີນັກຮຽນທັງໝົດ 581 ສະຫາຍ (ມໍ6 ມີ 273 ສະຫາຍ, ມໍ7 ມີ 317 ສະຫາຍ ) ນັກຮຽນຊັ້ນ ມໍ6, ມໍ7 ເສັງໄດ້ 100%, ສະເພາະມໍ 7 ຄະແນນຄຸນນະພາບ 125 ສະຫາຍ ເທົ່າກັບ 40,7%, ທຽບໃສ່ແຜນການແມ່ນລື່ນຄາດໝາຍ, ຄະແນນ 8 ຂຶ້ນເມືອ 27 ສະຫາຍ, ໄດ້ຮັບໃບປະກາດແດງ 1 ສະຫາຍ, ສ້າງຄູສອນດີສອນເກັ່ງໄດ້ 51 ສະຫາຍ. ໃນນີ້, ເສັງນັກຮຽນເກັ່ງຂັ້ນເມືອງໄດ້ອັນດັບທີ1 ມີ 4 ສະຫາຍ, ໄດ້ອັນດັບ 3 ຂັ້ນແຂວງ ຈຳປາສັກ 1 ສະຫາຍ, ອັນດັບ4 ໄດ້ 2 ສະຫາຍ, ນອກຈາກຜົນງານທີ່ກ່າວມານັ້ນ, ຍັງມີວຽກງານປິ່ນອ້ອມອື່ນໆຂອງກົມກອງ ກໍ່ມີຜົນສໍາເລັດເປັນຢ່າງດີ ແລະກອງປະຊຸມຍັງໄດ້ຜ່ານແຜນການປະຈໍາສົກຮຽນ 2024-2025, ກອງປະຊຸມໄດ້ພ້ອມກັນປະກອບຄວາມຄິດເຫັນຢ່າງມີຈຸດສຸມ ເພື່ອເປັນທິດທາງປັບປຸງແກ້ໄຂວຽກງານການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.
ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ, ທີ່ເຮັດສໍາເລັດໜ້າທີ່ເປັນຢ່າງດີ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ກໍ່ຄືບັນດາ ຄູ-ອາຈານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະໃຫ້ເລິກເຊິ່ງເຖິງຖອງຕໍ່ວຽກງານການສຶກສາໃນໄລຍະໃໝ່, ເອົາໃຈໃສ່ຄົົນຄວ້າ ສິດສອນ, ຖອດຖອນບົດຮຽນ ແລະ ອອກແຮງແຂ່ງຂັນກັນສ້າງຕົນກາຍເປັນຄູ ສອນດີ-ສອນເກັ່ງຮັບປະກັນໃຫ້ໄດ້ທັງປະລິມານ, ຄຸນນະພາບດີແລະມີຜົນສຳເລັດສູງ.
ໂດຍ: ຄຳແປງ ຟອງສາຍໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















