ກອງພົນທີ1 ສໍາເລັດອົບຮົມ-ຫັດແອບ ວຽກງານພະລາທິການ
ເວລາອອກຂ່າວ: 2024-10-25 15:04:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5832 | ຄວາມນິຍົມ: ![]()
ວັນທີ 25 ຕຸລາ 2024 ນີ້, ກອງພົນທີ1 ໄດ້ສໍາເລັດການ ອົບຮົມ-ຫັດແອບ ວຽກງານພະລາທິການ ໄລຍະສັັ້ນ ປະຈຳປີ 2024, ໂດຍເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ມີບັນດາອົງການ 05 ຫ້ອງ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ພອນຄໍາ ອິນທະວົງ ຫົວໜ້າພະແນກແຜນການຫ້ອງພະລາທິການ ໄດ້ຂຶ້ນຜ່ານບົດສະຫຼຸບ ວຽກງານອົບຮົມຫັດແອບພະລາທິການປະຈຳປີ 2024 ເຊິ່ງຜ່ານການຈັດຕັ້ງອົບຮົມຫັດແອບເປັນເວລາ 05 ວັນ ນັບແຕ່ວັນທີ 21-25 ຕຸລາ 2024 ຈຶ່ງສໍາເລັດດ້ວຍໝາກຜົນອັນຈົບງາມ ໂດຍມີວິຊາສະເພາະ ພະລາທິການທີ່ມາຈາກກົມກອງຕ່າງໆເຂົ້າຮ່ວມ ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ-ນັກຮົບວິຊາສະເພາະພະລາທິການ, ຮັບຮູ້ ແລະ ເຊື່ອມຊຶມ, ກຳໄດ້ພາລະບົດບາດ, ຄວາມໝາຍ-ຄວາມສຳຄັນຂັ້ນພື້ນຖານຂອງວຽກງານພະລາທິການຂອງຕົນເອງຮັບຜິດຊອບໃຫ້ສອດຄ່ອງກັບວຽກງານຕົວຈິງກໍຄືໜ້າທີ່ວິຊາສະເພາະຂອງຕົນ. ຜ່ານໄລຍະການຝຶກແອບສາມາດເຫັນໄດ້ວ່າ ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸ່ມທຸກສະຕິປັນຍາຄວາມຮູ້-ຄວາມສາມາດເຂົ້າໃນຊຸດອົບຮົມ, ການກະກຽມດ້ານເອກະສານແມ່ນມີຄວາມລະອຽດ, ຄົບຖ້ວນ, ຊັດເຈນ, ການອະທິບາຍບົດຮຽນແມ່ນເຂົ້າໃຈງ່າຍ ແລະ ກວ້າງຂວາງ ເຮັດໃຫ້ນັກຝຶກອົບຮົມມີຄວາມເຂົ້າໃຈຢ່າງເລິກເຊິ່ງສາມາດຕີລາຄາຜົນການຝຶກອົບຮົມຫັດແອບໄດ້ດັ່ງນີ້: ວຽກງານເສນາພະລາ ສະເລ່ຍຜົນໄດ້ຮັບ 96%, ວຽກງານການເງິນ ສະເລ່ຍຜົນໄດ້ຮັບ 95%, ວຽກງານກໍ່ສ້າງ-ຄຸ້ມຄອງຊັບສິນ ສະເລ່ຍຜົນໄດ້ຮັບ 95%, ວຽກງານນ້ຳມັນ-ເຊື້ອໄຟ ສະເລ່ຍຜົນໄດ້ຮັບ 95%, ວຽກງານຜະລິດກະສິກຳສະເລ່ຍຜົນໄດ້ຮັບ 94%, ຕີລາຄາຜົນໄດ້ຮັບທັງໝົດໃນການອົບຮົມຫັດແອບຄັ້ງນີ້ສະເລ່ຍໄດ້ 95%.
ສະຫາຍ ປະທານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຝຶກອົບຮົມຫັດແອບໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ນັກຝຶກອົບຮົມທຸກສະຫາຍຈົ່ງນຳເອົາບົດຮຽນທີ່ຝຶກອົບຮົມວຽກງານພະລາທິການຄັ້ງນີ້ໄປຈັດຕັ້ງປະຕິບັດຕົວຈິງໃນກົມກອງ, ເພີ່ມທະວີຄວາມຮັບຜິດຊອບໃນວິຊາສະເພາະຂອງຕົນ, ປະຕິບັດ 7ລະບອບ 18ວຽກຂອງກອງທັບ ແລະເຮັດສໍາເລັດໜ້າທີ່ໃນການມອບໝາຍ ໂດຍສະເພາະແມ່ນວຽກງານການປູກຝັງ-ລ້ຽງສັດແລະວຽກງານຮັບປະກັນອື່ນໆ ໂດຍປະຕິບັດຕາມຄຳຂວັນ ກຸ້ມຕົນເອງ, ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ຂຽນໂດຍ: ຄຳພຸດ ພານຸວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















