ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ທະຫານນະຄອນຫຼວງວຽງຈັນ ມອບເງິນນະໂຍບາຍອຸດໜູນບຳນານ ໃຫ້ນາຍທະຫານ
ເວລາອອກຂ່າວ: 2024-10-28 14:03:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2202 | ຄວາມນິຍົມ:



ພິທີມອບເງິນນະໂຍບາຍອຸດໜູນບຳນານ ໃຫ້ພະນັກງານນາຍທະຫານຂັ້ນສູງ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນ ວັນທີ 25 ຕຸລາ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະບັນຊາ ຈາກອົງການ 05 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານທີ່ໄດ້ຮັບບຳນານເຂົ້າຮ່ວມ. ສະຫາຍ ພັນຕີ ຈັນທະວີພອນ ສິດທິສັກ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງພັກການຮັບບຳນານ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ແລະ ອີງຕາມຂໍ້ຕົກລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການປະຕິບັດເງິນນະໂຍບາຍຊົດເຊີຍ, ດັ່ງນັ້ນ ກະຊວງປ້ອງກັນປະເທດໄດ້ຕົກລົງເຫັນດີອະນຸມັດໃຫ້ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ພັນເອກ ບຸນເຈີ ຄໍາມະວົງ ຮອງກອງບັນຊາການ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພັກການຮັບບໍານານ ນັບແຕ່ງວດ 04 ປີ 2024 ເປັນຕົ້ນໄປ. ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ ກໍ່ໄດ້ມອບເງິນຊົດເຊີຍອຸດໜູນບຳນານ ໃຫ້ແກ່ພະນັກງານນາຍທະຫານຂັ້ນສູງ 02 ສະຫາຍ ຢ່າງເປັນທາງການ, ພ້ອມທັງ ໄດ້ຕີລາຄາສູງຕໍ່ຜົນງານໃນການປະກອບສ່ວນອັນສຳຄັນຂອງບັນດາພະນັກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນແມ່ນການປະກອບສ່ວນໃນໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ພ້ອມກັນສຸມໃສ່ໃນການປົກປັກຮັກສາປະເທດຊາດ ຢ່າງຕັ້ງໜ້າດ້ວຍຜົນສຳເລັດ ແລະ ມີຄວາມສະຫງົບປອດໄພເລື້ອຍໆມາ. ເມື່ອບັນດາສະຫາຍໄດ້ຮັບນະໂຍບາຍພັກການບຳນານຈາກຂັ້ນເທິງແລ້ວ ກໍ່ຕ້ອງໄດ້ພ້ອມກັນເປັນແບບຢ່າງອັນທີ່ດີໃຫ້ແກ່ພະນັກງານ-ນັກຮົບ ເພື່ອເຮັດໃຫ້ເຂົາເຈົ້າສືບຕໍ່ສ້າງຜົນງານກາຍເປັນພະນັກງານຮຸ່ນສືບທອດໃນອານາຄົດ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນບ້ານທີ່ຕົນຢູ່ໃນປະຈຸບັນໃຫ້ມີຜົນສຳເລັດເປັນກ້າວໆ. ຮ້ອຍເອກ ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ