ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຄະນະພັກຮາກຖານ ຫ້ອງການ ທະຫານນະຄອນຫຼວງວຽງຈັນ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ IV
ເວລາອອກຂ່າວ: 2024-10-28 14:06:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2241 | ຄວາມນິຍົມ:



ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງຄະນະພັກຮາກຖານ ຫ້ອງການກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນ ໃນວັນທີ 24 ຕຸລາ 2024 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ກໍາມະການຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກຮາກຖານຫ້ອງການ, ພ້ອມດ້ວຍແຂກຖືກເຊີນຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມເພັດ ສຸລິວົງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ໃນຕະຫຼອດໄລ 05 ປີຜ່ານມາ ເຫັນວ່າ ຄະນະພັກຮາກຖານ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານສະມາຊິກພັກ ເປັນບັນຫາສໍາຄັນດ້ວຍການເຊື່ອມຊຶມ, ກໍາແໜ້ນ ບັນດາແນວທາງ ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດຕິດພັນກັບຂະບວນການດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດຫຼາຍດ້ານ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍໄດ້ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກຢ່າງເຂັ້ມງວດ, ປະຕິບັດແບບແຜນວິທີເຮັດວຽກຂອງພັກ ຕາມຫຼັກການລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເຕົ້າໂຮມຄວາມສາມັກຄີເປັນເອກກະພາບ, ປະຕິບັດລະບອບປະຊຸມ, ລະບອບດໍາເນີນຊີວິດການເມືອງພາຍໃນພັກເປັນປະຈໍາ ແລະ ເສຍເງິນສະຕິພັກຢ່າງເປັນປົກກະຕິ, ໃນຊຸມປີຜ່ານມາໄດ້ນໍາສະເໜີມະຫາຊົນເຂົ້າຮຽນສະໜັບສະໜູນໄດ້ 30 ສະຫາຍ, ສະເໜີເຂົ້າເປັນສະມາຊິກພັກສໍາຮອງ 25 ສະຫາຍ ແລະ ເລື່ອນຂຶ້ນສົມບູນ 25 ສະຫາຍ, ພ້ອມນີ້ 03 ໜ່ວຍພັກ ຂຶ້ນກັບ ຍັງໄດ້ຮັບນາມມະຍົດເປັນກົມກອງ 03 ປອດຄື: ໜ່ວຍພັກສັງລວມ ໄດ້ຮັບນາມມະຍົດ 03 ປີ,ໜ່ວຍພັກບໍລິຫານ ໄດ້ 04 ປີ, ໜ່ວຍພັກກອງປະຕິບັດງານ 417 ໄດ້ 03 ປິີ, ນອກນັ້ນຄະນະພັກຮາກຖານ ຍັງໄດ້ຊີ້ນໍາບັນດາສະມາຊິກພັກຊອກຫາແຫຼ່ງລາຍຮັບຕາມທ່າແຮງຂອງຕົນ ດ້ວຍການປູກ-ການລ້ຽງ ແລະ ການບໍລິການຕ່າງໆ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກອງປະຊຸມ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄຳເຫັນ ໃສ່ຮ່າງລາຍງານການເມືອງທັງສອງພາກຢ່າງກົງໄປກົງມາ ແລະ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ໄດ້ຕາມຄາດໝາຍ, ໂດຍໄດ້ເລືອກເອົາ ສະຫາຍ ພັນໂທ ສົມເພັດ ສຸລິວົງ ເປັນເລຂາ, ສະຫາຍ ພັນໂທ ບົວໃສ ແກ້ວທະວົງສາ ເປັນຮອງເລຂາ, ສະຫາຍ ພັນໂທ ສົມບູນ ພິມມະຈັກ ເປັນກໍາມະການກວດກາ, ສະຫາຍ ພັນໂທ ຈັນມາ ຈັນທະນຸວົງ ເປັນຄະນະ ແລະ ສະຫາຍ ພັນໂທ ເອບນິພົນ ເພັດວັງລາດ ເປັນຄະນະ. ຮອ ວຽງສີ ແກ້ວກອງສຸດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ