ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປະກາດການບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກ ແລະ ເລື່ອນຊັ້ນໃຫ້ນາຍທະຫານຢູ່ໂຮງໝໍບໍລິເວນ107
ເວລາອອກຂ່າວ: 2024-10-28 15:03:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3179 | ຄວາມນິຍົມ:



ວັນທີ 25 ຕຸລາ 2024 ນີ້, ຢູ່ໂຮງໝໍບໍລິເວນ107 ໄດ້ມີພິທີປະກາດການບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຫົວໜ້າພະແນກຈັດຕັ້ງພັກ ແລະ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາ, ມີຄະນະພັກ-ຄະນະບັນຊາ, ຄະນະບັນຊາສາງນໍ້າມັນເລກ 2, ມີຄະນະໜ່ວຍພັກ ແລະ ສະມາຊິກພັກທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກຢູ່ໂຮງໝໍບໍລິເວນ107, ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄໍາຄ່ອງ ພິມມະວົງສາ ເປັນຄະນະປະຈໍາພັກ ແລະ ສະຫາຍ ພັນໂທ ສີສຸດາ ວໍລະສິງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ໂຮງໝໍບໍລິເວນ 107 ໃນນີ້: ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 8 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 14 ສະຫາຍ. ໂອກາດສະຫາຍປະທານກໍ່ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ ແລະ ໄດ້ຮຽກຮ້ອງໃຫ້ ຜູ້ທີ່ໄດ້ຮັບໜ້າທີໃໝ່ ແລະໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງພ້ອມກັນເອົາໃຈໃສ່ເສີມຂະຫຍາຍດ້ານດີ, ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ, ຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນໃນການເບິ່ງແຍງດູແລປິ່ນປົວຜູ້ບາດເຈັບ ແລະ ເຈັບປ່ວຍທີ່ເຂົ້າມາໃຊ້ບໍລິການຢູ່ໂຮງໝໍ, ຊອກຮູ້ຮໍ່າຮຽນ ຄົ້ນຄ້ວາທາງດ້ານເຕັກນິກການແພດ, ຫັນເອົາແນວຄິດທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ໃນການເຊີດຊູຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຕໍ່ວຽກງານວິຊາສະເພາະ ມີແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງ, ພ້ອມກັນສ້າງຄວາມສາມັກຄີ ເຮັດວຽກເປັນໝູ່ຄະນະ ພ້ອມກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພາບ-ຂໍ້ມູນ: ນາງ ສຸລິຈັນ ພັດທະນາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ