ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ທະຫານແຂວງຈໍາປາສັກ ສະໄໝທີ VI ຮອບທີ 3
ເວລາອອກຂ່າວ: 2024-10-28 15:17:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2963 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 24-25 ຕຸລາ 2024 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມເອົາບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງຈໍາປາສັກ ສະໄໝທີ VI ຮອບທີ 3 ຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທາສະພາປະຊາຊົນແຂວງ, ຫົວໜ້າອະນຸກຳມະການເນື້ອໃນຂັ້ນແຂວງ ຈຳປາສັກ, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ທັງເປັນຫົວໜ້າອະນຸກຳມະການບຸກຄະລາກອນຂັ້ນແຂວງ ຈຳປາສັກ, ມີ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບອະນຸກຳມະການເນື້ອໃນ,ອະນຸກຳມະການບຸຄະລາກອນຂັ້ນແຂວງ, ຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຄະນະພັກ-ຄະນະບັນຊາຕະຫຼອດຮອດຜູ້ແທນສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ສາທິດ ປັດສາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັກ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະລົງຮັບສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຈໍາປາສັກ ຊຸດໃໝ່ ສະໄໝທີ VI ໃນຮອບທີ3 ນີ້ ເພື່ອເປັນການທົບທວນຄືນຄວາມຮັບຮູ້ເຂົ້າໃຈ ໃນການຈັດຕັ້ງປະຕິບັດການທາບທາມ ຮອບທີ 1 ແລະ ຮອບທີ 2 ໄລຍະຜ່ານມາ, ເຫັນວ່າຄະນະພັກ-ຄະນະບັນຊາ, ຜູ້ແທນສະມາຊິກພັກແຕ່ລະສະຫາຍມີຄວາມຮັບຜິດຊອບສູງ, ມີສະຕິຕື່ນຕົວຕໍ່ໜ້າທີ່ການເມືອງຂອງຕົນໂດຍປະຕິບັດຕາມລະບຽບຫຼັກການຂອງພັກວາງອອກຢ່າງເຂັ້ມງວດ.ໃນການໃຊ້ສິດປະຊາທິປະໄຕຂອງຕົວເອງ, ເພື່ອລົງຄະແນນສຽງ ປອ່ນບັດຄັດເລືອກເອົາເປົ້າໝາຍທີ່ມີເງື່ອນໄຂມາດຖານເໝາະສົມ ເຂົ້າໃນຄະນະບໍລິຫານງານພັກກອງບັນຊາການທະຫານແຂວງຈໍາປາສັກ ສະໄໝທີ VI ໃນຮອບທີ່ຜ່ານມາໄດ້ສຳເລັດເປັນຢ່າງດີ.
ໂອກາດນີ້, ສະຫາຍ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ແລະ ຜ່ານລະບຽບຫຼັກການຂອງການປ່ອນບັດ ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ, ຜູ້ແທນສະມາຊິກພັກແຕ່ລະສະຫາຍຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການໃຊ້ສິດປະຊາທິປະໄຕຕາມກົດລະບຽບຂອງພັກວາງອອກຢ່າງເຂັ້ມງວດ. ເພື່ອຄັດເລືອກເອົາບັນດາສະຫາຍທີ່ເປັນເປົ້າໝາຍເໝາະສົມເຂົ້າເປັນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຈໍາປາສັກ ສະໄໝທີ VI ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ ຜູ້ແທນສະມາຊິກພັກກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດທາບທາບເອົາຄະນະບໍລິຫານງານພັກກອງບັນຊາການ ຮອບທີ 3 ແລະ ທາບທາມເອົາຄະນະປະຈຳພັກ, ເລຂາ-ຮອງເລຂາຄະນະພັກ, ປະທານ-ຮອງປະທານກວດກາພັກ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຢ່າງມີຜົນສຳເລັດ ແລະ ຖືກຕ້ອງຕາມລະບຽບຂອງພັກປະຊາຊາຊົນປະຕິວັດລາວວາງອອກ.
ຂ່າວ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















