ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກົມໃຫຍ່ເສນາທິການກອງທັບ ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2024-10-28 15:22:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3620 | ຄວາມນິຍົມ:



ວັນທີ 25 ຕຸລາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ. ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ກະຊວງກັນປະເທດ ຕົກລົງ: ເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ ຈາກຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈໍານວນ 52 ສະຫາຍ, ຍິງ 4 ສະຫາຍ. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍສ້າງມາໄດ້ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ຖືເອົາວຽກງານການເມືອງ-ນໍາພາແນວຄິດເປັນຫຼັກ ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ດຸໝັ່ນຊອກຮູ້ຄົ້ນຄວ້າຮໍ່າຮຽນ ເຊີດຊູນໍ້າໃຈຄວາມຮັບຜິດຊອບ, ມີສະຕິຄວາມເປັນເຈົ້າຕົນເອງ, ຍົກສູງບົດບາດໜ້າທີ່ຕາມຄວາມຮັບຜິດຊອບການເມືອງຂອງຕົນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ສອດຄ່ອງກັບຈຸດພິເສດ ໜ້າທີ່ການເມືອງຕາມເງື່ອນໄຂຕົວຈິງຂອງກົມກອງ ປັບປຸງກໍ່ສ້າງກົມກອງດ້ວຍສະຕິປັນຍາຫົວຄິດປະດິດສ້າງ ພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານ. ໂດຍ: ເຂັມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ