ໂຮງຮຽນກໍ່ສ້າງນາຍສິບເລກ1 ມອບເງິນອຸດໜູນນະໂຍບາຍໃຫ້ພະນັກງານພັກການຮັບບໍານານ
ເວລາອອກຂ່າວ: 2024-10-28 15:29:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3751 | ຄວາມນິຍົມ: ![]()
ໃນວັນທີ 25 ຕຸລາ 2024, ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ຈັດພິທີມອບເງິນນະໂຍບາຍໃຫ້ພະນັກງານອາວຸໂສພັກຜ່ອນຮັບບໍານານ ຈໍານວນ 7 ສະຫາຍ ລວມເປັນເງິນທັງໝົດ 16,000,000 ກີບ. ໂດຍການເປັນກຽດເຂົ້າຮ່ວມ ແລະ ມອບຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຄຸນງາມຄວາມດີ ສະຕິປັນຍາເຫື່ອແຮງ ບັນດາສະຫາຍໄດ້ຮັບບໍາບານທີໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະທີ່ຜ່ານມາ. ເວົ້າລວມ, ເວົ້າສະເພາະ ແມ່ນການປະກອບສ່ວນກໍ່ສ້າງປັບປຸງໂຮງຮຽນກໍ່ສ້າງນາຍສິບເລກ1 ໃຫ້ມີຄວວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆທັງເປັນການປະຕິບັດນະໂຍບາຍຂອງພັກ-ລັດ ກໍ່ຄືນະໂຍບາຍຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານ, ທີ່ເຮັດໜ້າທີ່ຕາມການມອບໝາຍຈົນສຸດກົກສຸດປາຍ, ຖືກຕາມກົດໝາຍນາຍທະຫານທີ່ກໍານົດໄວ້ ແລະ ເປັນແບບຢ່າງນໍາໜ້າໃນການສ້າງສາພັດທະນາປະເທດຊາດ. ສະຫາຍຍັງໄດ້ໄດ້ຮຽກຮ້ອງໃຫ້ພະນັກງານອາວຸໂສພັກການຮັບບໍານານໃນຄັ້ງນີ້ ຕ້ອງເປັນຫຼັກແຫຼ່ງແບບຢ່າງທີ່ດີໃຫ້ແກ່ລູກຫຼານ ແລະ ສືບຕໍ່ເຂົ້າຮ່ວມປະກອບສ່ວນເຄື່ອນໄຫວນຳອົງການປົກຄອງທ້ອງຖິ່ນ, ສືກສາອົບຮົມລູກຫຼານພໍ່ແມ່ປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອໃຫ້ເຂົາເຈົ້າເປັນຄົນດີຂອງສັງຄົມ, ພ້ອມນັ້ນກໍ່່ຕ້ອງໄດ້ຮັກສາສຸຂະພາບໃຫ້ດີໃຫ້ມີອາຍຸຍືນນານ ແລະ ນຳເອົາເງິນຈໍານວນດັ່ງກ່າວໄປໜູນໃຊ້ ເຂົ້າໃນການສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງຮັ່ງມີຂຶ້ນເລື້ອຍໆ.
ຂຽນໂດຍ: ສຕ ສຸກສະຫວັນ ບຸນລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















