ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ປະກາດການເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານບັນດາກົມກອງເຂດພາກເໜືອ
ເວລາອອກຂ່າວ: 2024-10-29 15:17:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3141 | ຄວາມນິຍົມ:



ໃນວັນທີ 29 ຕຸລາ 2024 ນິີ້, ກອງບັນຊາການທະຫານແຂວງອຸດົມໄຊ ຮັບກຽດເປັນເຈົ້າພາບ ປະກາດການເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານບັນດາກົມກອງເຂດພາກເໜືອ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ກອງພົນທີ 2, ກອງພົນທີ 3 ຕະຫຼອດຮອດນາຍທະຫາຍຜູ້ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຂອງບັນດາກົມກອງເຂດພາກເໜືອ. ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ຈຳນວນ 122 ສະຫາຍ, ຍິງ 15 ສະຫາຍ. ໃນຕອນທ້າຍ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍາມະການປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບຂອງໂລກ ແລະ ພາກພື້ນທີ່ເກີດຂຶ້ນໃນປັດຈຸບັນ, ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບຊັ້ນໃໝ່ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ເຊື່ອມຊຶມບັນດາມະຕິຄຳສັ່ງຕ່າງໆຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ, ຍົກສູງສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ມີແນວຄິດຫຼັກໝັ້ນ, ມີຄວາມບຸກບືນຫ້າວຫັນປະກອບສ່ວນທຸກຂົງເຂດວຽກງານ, ປົກປັກຮັກສາເສີມຂະຫຍາຍມູນເຊື້ອທີ່ກົມມີມາ, ຍົກສູງຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕແບ່ງວຽກຮັບຜິດຊອບຢ່າງຈະແຈ້ງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມສະດຸ້ງໄວຕໍ່ສະພາບການເພື່ອສ້າງກອງທັບໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ ດີຂຶ້ນເທື່ອລະກ້າວ. ຂ່າວ-ພາບ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ