ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ນາຍົກລັດຖະມົນຕີ ຊີ້ແຈງກ່ຽວກັບວຽກງານຂອງ ລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2024-11-27 14:55:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3750 | ຄວາມນິຍົມ:



ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ພະຈິກ 2024 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍຫົວຂໍ້ສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ມາດຕະການແກ້ໄຂໄພເງິນເຟີ້, ຄ່າຄອງຊີບຂອງພະນັກງານ, ທະຫານ, ຕຳຫຼວດ, ສະພາບຊຸດໂຊມຂອງພື້ນຖານໂຄງລ່າງ, ຄຸນນະພາບການສຶກສາ, ບັນຫາການຂາດແຄນແຮງງານ ແລະ ອື່ນໆ. ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການປະກອບຄໍາເຫັນຂອງຄະນະປະຈໍາສະພາແຫ່ງຊາດ ແລະ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການປະກອບຄໍາເຫັນ ຕໍ່ເອກະສານຕ່າງໆ ຂອງລັດຖະບານ ສຸດທີ່ມີຄວາມໝາຍສໍາຄັນ, ເຕັມໄປດ້ວຍຄວາມຈິງໃຈ, ສ້າງສັນ ແລະ ກົງໄປກົງມາ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍ ແລະ ຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ ໃນນາມ ທີ່ເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ. ທີ່ສະເໜີໃຫ້ລັດຖະບານ ຊີ້ແຈງກ່ຽວກັບວຽກງານຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນຄັ້ງນີ້ ເພື່ອອະທິບາຍຊີ້ແຈງເພີ່ມເຕີມຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ຕໍ່ກັບບັນຫາດັ່ງກ່າວ, ທ່ານໄດ້ຊີ້ແຈງວ່າ: ລັດຖະບານ ຈະສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສືບຕໍ່ເຊື່ອມສານ ການຈັດຕັ້ງປະຕິບັດ 5 ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຂົ້າໃນແຜນວຽກຂອງລັດຖະບານ ເປັນຕົ້ນ ບັນຫາເງິນເຟີ້, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາເງິນເຟີ້ຕະຫຼອດມາ ເຊິ່ງເຮັດໃຫ້ອັດຕາເງິນເຟີ້ ມີທ່າອ່ຽງຫຼຸດລົງຫຼາຍ ທຽບໃສ່ປີຜ່ານມາ. ພ້ອມນີ້, ລັດຖະບານ ຍັງຈະສຸມໃສ່ຮັກສາສະຖຽນລະພາບຂອງຄ່າເງິນກີບດ້ວຍການສືບຕໍ່ຈັດຕັ້ງປະຕິບັດ ນະໂຍບາຍເງິນຕາ ໃນທິດທາງທີ່ຮັດກຸມ ໂດຍສືບຕໍ່ຄົ້ນຄວ້າພິຈາລະນາ ການດັດປັບອັດຕາດອກເບ້ຍພື້ນຖານ ໃຫ້ແທດເໝາະກັບສະພາບໃນແຕ່ລະໄລຍະ ເພື່ອຄວບຄຸມການຂະຫຍາຍຕົວຂອງປະລິມານເງິນ M2 ແລະ ປ້ອງກັນການຂາດສະຖຽນລະພາບທາງການເງິນ; ຈະຄົ້ນຄວ້າກໍານົດເພດານອັດຕາດອກເບ້ຍ ທັງເງິນກູ້ ແລະ ເງິນຝາກ ເປັນເງິນຕາ ຕ່າງປະເທດ ແນໃສ່ ຍົກສູງຄວາມຕ້ອງການໃນການຖືຄອງເງິນກີບ ແລະ ຫຼຸດຜ່ອນຄວາມຕ້ອງການຖືຄອງເງິນຕາຕ່າງປະເທດ; ສືບຕໍ່ຄຸ້ມຄອງສະຖາບັນການເງິນ ໃຫ້ມີຄວາມໝັ້ນທ່ຽງ ແລະ ພັດທະນາລະບົບຊຳລະໃຫ້ທັນສະໄໝ ໂດຍສຸມໃສ່ຄວບຄຸມອັດຕາແລກປ່ຽນ ຕາມກົນໄກຕະຫຼາດ, ນັບທັງພັດທະນາລະບົບການຊຳລະສະສາງຂ້າມແດນ ດ້ວຍເງິນສະກຸນທ້ອງຖິ່ນກັບປະເທດໃກ້ຄຽງ; ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ໂດຍສະເພາະ ການສົ່ງອອກ-ນໍາເຂົ້າສິນ ຄ້າຕ້ອງຜ່ານການຊຳລະສະສາງຜ່ານບັນຊີຢູ່ທະນາຄານທຸລະກິດ ຕິດພັນກັບການດັດສົມບໍລິສັດນໍາເຂົ້າ-ສົ່ງອອກ ໃຫ້ຢູ່ໃນຈໍານວນທີ່ເໝາະສົມ ແລະ ເອົາໃຈໃສ່ ຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກ, ການລົງທຶນຈາກຕ່າງປະເທດ, ຈຳກັດ ການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ, ຟູມເຟືອຍ ແລະ ສິນຄ້າທີ່ພາຍໃນຜະລິດໄດ້ໃຫ້ໄດ້ 20-25% ໄປຄຽງຄູ່ກັບການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ການປະຕິບັດນະໂຍບາຍອຸດໜູນຄ່າຄອງຊີບໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ຄູ-ອາຈານ, ແພດ-ໝໍ ແລະ ຄ່າແຮງງານຂັ້ນຕໍ່າ, ຄຸ້ມຄອງຢ່າງເຂັ້ມງວດຕໍ່ການຄ້ານອກລະບົບ, ການຄ້າຂາຍເຖື່ອນ ເປັນຕົ້ນ ການລັກລອບນໍາເຂົ້າຍານພາຫະນະ; ສືບຕໍ່ຊຸກຍູ້ການຜະລິດພາຍໃນບົນຈິດໃຈ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ(ສອຈ) ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ທີ່ມີຄຸນນະພາບ ແລະ ມີມາດຕະຖານເປັນທີ່ຍອມຮັບຂອງຕະຫຼາດຕ່າງປະເທດ. ສຳລັບ ນະໂຍບາຍຄ່າຄອງຊີບ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທ່ານນາຍົກ ຊີ້ແຈງວ່າ: ຕະຫຼອດໄລຍະຜ່ານມາ ລັດຖະບານ ໄດ້ຖືສໍາຄັນ ແລະ ເປັນບູລິມະສິດໃນການປັບ ປຸງເງິນເດືອນ, ເງິນນະໂຍບາຍຕ່າງໆ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກ ງານບຳນານ ເຊິ່ງໄດ້ມີການເພີ່ມດັດສະນີ, ເພີ່ມເງິນຄ່າຄອງຊີບ ເປັນແຕ່ລະໄລຍະ. ສ່ວນພື້ນຖານໂຄງລ່າງທີ່ເປ່ເພ ລັດຖະບານ ຮັບຮູ້ວ່າມີການເຊື່ອໂຊມຫຼາຍແທ້ ໂດຍສະເພາະຖະໜົນຫົນທາງ ເຊິ່ງລັດ ຖະບານ ພວມລະດົມແຫ່ງທຶນກູ້ຢືມດອກເບ້ຍຜ່ອນຜັນ ຈາກຕ່າງປະເທດ ເພື່ອສຸມໃສ່ບູລະນະ ແລະ ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ທີ່ເປັນເສັ້ນທາງສາຍຫຼັກໃນການເຊື່ອມຈອດ ບັນດາແຂວງ ໃຫ້ສຳເລັດໂດຍໄວ. ສ່ວນການປັບປຸງຄຸນນະພາບການສຶກສາ, ລັດຖະບານຈະສືບຕໍ່ປະຕິບັດມາດຕະການຈໍານວນໜຶ່ງ ໂດຍສະເພາະ ຫຼຸດດຜ່ອນການສິດສອນຫ້ອງຄວບ, ສະໜອງຄູສອນໃຫ້ພຽງພໍ, ເປີດຫຼັກສູດບຳລຸງຄູ, ໃຫ້ມີຄວາມສາມາດ, ມີວິທີສິດສອນແບບໃໝ່ໃຫ້ທັນຍຸກທັນສະໄໝ. ພ້ອມນີ້, ລັດຖະບານ ຍັງໄດ້ຈັດສັນງົບປະມານອຸດໜູນຄູອາສາສະໝັກ ຈໍານວນ 90 ຕື້ກີບ. ໃນນັ້ນ, ງົບຈາກລັດຖະບານ 76 ຕື້ກີບ, ທະນາຄານພັດທະນາລາວ 14 ຕື້ກີບ; ສືບຕໍ່ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງສະຖານການສຶກສາ, ສະໜອງອຸປະກອນ ການຮຽນ-ການສອນ ໃຫ້ພຽງພໍຂັ້ນພື້ນຖານ ແລະ ຈະສູ້ຊົນສ້າງໂຮງຮຽນ ກິນ-ນອນ ຢູ່ໂຮງຮຽນໝວດປະຖົມ ແລະ ມັດຖະຍົມສົມບູນ ໃນຊົນນະບົດ. ສຳລັບ ບັນຫາການຂາດແຄນແຮງງານ, ລັດຖະບານ ພວມສຸມໃສ່ແກ້ໄຂ ໂດຍປະຕິບັດມາດຕະ ການຕ່າງໆ, ເພີ່ມທະວີເອົາໃຈໃສ່ສ້າງ ແລະ ພັດທະນາສີມືແຮງງານຢູ່ພາຍໃນ ດ້ວຍຫຼາຍຮູບແບບເຊັ່ນ: ລະດົມໃຫ້ຜູ້ປະກອບການມີນະໂຍບາຍຕໍ່ແຮງງານລາວ ໂດຍການສ້າງເງື່ອນໄຂພັດທະນາສີມືແຮງງານກັບທີ່ ໂດຍສະເພາະ ບັນດາໂຮງງານອຸດສາຫະກຳຕ່າງໆ ເຊິ່ງສາມາດແກ້ໄຂດີກວ່າເກົ່າ, ແຕ່ອີງໃສ່ການຂະຫຍາຍຕົວທາງ ດ້ານເສດຖະກິດ ກໍເຫັນວ່າ ພວກເຮົາຍັງຂາດແຄນແຮງງານຫຼາຍ. ສະນັ້ນ, ໃນຕໍ່ໜ້າ ລັດຖະບານ ຈະສຸມໃສ່ຕື່ມບາງມາດຕະການ ໂດຍສະເພາະ ຈະຂະຫຍາຍໂຮງຮຽນສາມັນວິຊາຊີບ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ນັກຮຽນທີ່ຮຽນຈົບ ສາຍສາມັນວິຊາຊີບແລ້ວ ບໍ່ມີຈຸດປະສົງຮຽນຕໍ່ສາຍອາຊີວະ ແລະ ມະຫາວິທະຍາໄລ ແມ່ນສາມາດເຮັດວຽກໄດ້ເລີຍ; ປັບປຸງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການມີສ່ວນຮ່ວມໃນການສ້າງສີມື ແຮງງານ ໂດຍສະເພາະນະໂຍບາຍດ້ານອາກອນ, ນະໂຍບາຍການເຂົ້າຫາແຫຼ່ງທຶນ ຫຼື ນະໂຍບາຍ ທາງດ້ານຄ່າເຊົ່າສໍາປະທານທີ່ດິນ ສໍາລັບຜູ້ປະກອບການທີ່ສ້າງສີມືແຮງງານໄດ້ຫລາຍ ແລະ ຈະປັບປຸງຂອດການປະສານງານ ລະຫວ່າງ ຜູ້ຕ້ອງການແຮງງານ ແລະ ຜູ້ສ້າງສີມືແຮງງານ ໃຫ້ກົມກຽວກັນ ເພື່ອໃຫ້ການສ້າງແຮງງານໃຫ້ຖືກຕາມຄວາມຕ້ອງການ ຂອງຕະຫຼາດ ແຮງງານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ