ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ມອບລົດເຊອາ (CA) ໃຫ້ບັນດາກົມກອງ ຂຶ້ນກັບທະຫານແຂວງວຽງຈັນ
ເວລາອອກຂ່າວ: 2024-11-27 15:11:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3910 | ຄວາມນິຍົມ:



ວັນທີ 26 ພະຈິກ 2024 ນີ້. ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບລົດເຊອາ (CA) ໃຫ້ ກອງບັນຊາການທະຫານເມືອງທຸລະຄົມ, ກອງບັນຊາການທະຫານເມືອງໂພງໂຮງ ແລະ ກອງຮ້ອຍທະຫານຊາຍແດນ 233. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ແລະ ບັນດາກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ວຽງຄໍາ ວິລະວົງ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການທະຫານວຽງຈັນ ວ່າດ້ວຍການມອບລົດໃຫຍ່ ຈໍານວນ 3 ຄັນ ໃຫ້ແກ່ບັນດາກົມກອງທີ່ຂຶ້ນກັບ ໃນນີ້ໄດ້ຕົກລົງມອບລົດ ເຊອາ (CA) ທະບຽນ ກທ 0051 ໃຫ້ກອງບັນຊາການທະຫານເມືອງທຸລະຄົມ, ລົດເຊອາ (CA) ທະບຽນ ກທ 0052 ໃຫ້ກອງບັນຊາການທະຫານເມືອງໂພນໂຮງ ແລະ ມອບລົດຊັກໂກ (CADKO) ທະບຽນ ກທ 0001 ໃຫ້ກອງຮ້ອຍທະຫານຊາຍແດນ 233 ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງກົມກອງ. ສະຫາຍ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ເນັ້ນໜັກໃຫ້ບັນດາກົມກອງທີ່ໄດ້ຮັບລົດຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃຫ້ຫຼາຍກ່ວາເກົ່າ, ເອົາໃຈໃສ່ຊຸກຍູ້ນັກຂັບຂີ່, ວິຊາສະເພາະ ໃນການບົວລະບັດຮັກສາ, ກວດກາສະພາບເຕັກນິກ ເປັນປະຈຳ ເພື່ອຮັບປະກັນນໍາໃຊ້ເຂົ້າໃນວຽກງານລວມໃຫ້ໄດ້ຮັບຜົນດີນຳໃຊ້ໃຫ້ໄດ້ຍາວນານ. ພິທີໄດ້ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ ໂດຍມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ. ພາບ: ເລມ່ອນ ຂ່າວ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ