ຄະນະພັກຮາກຖານ ຫ້ອງການບໍລິຫານ ທະຫານແຂວງບໍລິຄຳໄຊ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-12-03 09:06:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 746 | ຄວາມນິຍົມ:
ໃນວັນທີ 26 ພະຈິກ 2024, ຄະນະພັກຮາກຖານ ຫ້ອງການບໍລິຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ 3 ໜ່ວຍພັກ ທີ່ຂຶ້ນກັບ, ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນຍັງ ລໍສີມາ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ບັນດາສະມາຊິກພັກ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການຜ່ານຄຳສັ່ງ ຂອງຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ກ່ຽວກັບການຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ ແລະ ຄຳສັ່ງແນະນຳ ຂອງທ່ານເຈົ້າແຂວງ ແຂວງບໍລິຄຳໄຊ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທະບຽນສານ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ຄັ້ງທີ 14 ສະໄໝທີ 5 ແລະ ຜ່ານມະຕິຕົກລົງ ເລກທີ 151/ຄປພຂ ວ່າດ້ວຍການຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ 3 ໜ່ວຍພັກຄື: ໜ່ວຍພັກ ຄົ້ນຄວ້າສັງລວມ, ໜ່ວຍພັກ ວິທະຍາສາດ-ປະຫວັດສາດ ແລະ ໜ່ວຍພັກ ບໍລິຫານ ຫ້ອງການ ທີ່ຂຶ້ນກັບຮາກການພັກຫ້ອງການບໍລິຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ.
ໂດຍ: ນາງ ນ້ອຍ ບານທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ