ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ເຄື່ອນໄຫວເກັບກຳຂໍ້ມູນ ຢູ່ ກົມ ວສ-ປສ ການທະຫານ
ເວລາອອກຂ່າວ: 2024-12-03 09:08:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 687 | ຄວາມນິຍົມ:
ໃນວັນທີ 27 ພະຈິກ 2024, ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳໂດຍທ່ານ ວົງເດືອນ ລາຊະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວເກັບກຳຂໍ້ມູນຢູ່ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມ ວສ-ປສ ການທະຫານ ພ້ອມດ້ວຍຄະນະ.
ທ່ານ ວົງເດືອນ ລາຊະວົງ ໃຫ້ຮູ້ວ່າ: ການເຄື່ອນໄຫວໃນ ຄັ້ງນີ້, ເພື່ອພົບປະແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນ ຢູ່ ກົມ ວສ-ປສ ການທະຫານ ເພື່ອນຳເອົາຂໍ້ມູນປະກອບໃສ່ບົດໂຄງການຂຽນປຶ້ມປະຫວັດຄວາມເປັນມາຂອງບັນດາຖ້ຳຜູ້ນຳຢູ່ເມືອງວຽງໄຊ ແຂວງຫົວພັນ.
ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ໄດ້ມີຄໍາເຫັນໃຫ້ທັງສອງພາກສ່ວນ ລະຫວ່າງຫ້ອງປະຫວັດສາດ-ວິທະຍາສາດສັງຄົມ ແລະ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະ ຍາ ປະສານສົມທົບກັນ, ຖ້າສະຖາບັນຄົ້ນຄວ້າປະຫວັດສາດຕ້ອງການຂໍ້ມູນໃດ ແມ່ນມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄື ຫ້ອງປະຫວັດສາດ-ວິທະຍາສາດສັງຄົມ ຂອງກົມ ວສ-ປສ ການທະຫານ ສະໜອງຂໍ້ມູນໃຫ້ຕື່ມ.
ໂອກາດນີ້, ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຍັງໄດ້ມອບປຶ້ມປະຫວັດສາດຈຳນວນໜຶ່ງໃຫ້ແກ່ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າປະກອບໃສ່ບົດໂຄງການຂຽນປຶ້ມປະຫວັດສາດດັ່ງກ່າວໃຫ້ມີຄວາມອຸດົມສົມບູນ ຕື່ມອີກ.
ໂດຍ: ນາງ ຈັນທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ