ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ກອງ​ພົນ​ທີ 1 ມອບ-ຮັບ ໂຄງການກໍ່ສ້າງ​-ສ້ອມແປງ ກາ​ລາ​​​ປືນ ກອງພັນ 162
ເວລາອອກຂ່າວ: 2024-12-03 09:10:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 621 | ຄວາມນິຍົມ:



ວັນ​ທີ 26 ພະຈິກ 2024 ນີ້, ກອງ​ພົນ​ທີ 1 ໄດ້​ຈັດ​ພິທີ ມອບ-ຮັບ ໂຄງການ​ກໍ່ສ້າງ-ສ້ອມແປງກາ​ລາ​​ປືນ ​ກອງພັນ 162 ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພົນ​ຈັດຕະວາ ອຸ່ນຈັນ ແດງ​ວັນ​ສົມ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 1, ມີ​ຄະນະ​ຫ້ອງ, ອະນຸ​ກຳມະການ​ຊີ້​ນຳ ແລະ ພະແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທະວີ​ສຸກ ພິມມະ​ວົງສາ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 1 ໄດ້ ຜ່ານ​ບົດສະຫຼຸບ​ການຈັດຕັ້ງ​ປະຕິບັດ​ໂຄງການ​ກໍ່ສ້າງ-ສ້ອມແປງ​ກາ​ລາ​ປືນ ກອງພັນ 162, ອີງ​ຕາມ​ການ​ຕົກລົງ​ ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 1 ວ່າ​ດ້ວຍ​ການ​ອະນຸມັດ​ໂຄງການ​ກໍ່ສ້າງ-ສ້ອມແປງ​ກາ​ລາ​ປືນ ເຊິ່ງ​ໂຄງການ​ກໍ່ສ້າງ-ສ້ອມແປງ​ກາ​ລາ​​ປືນ ກອງພັນ 162 ມີ​ຂະໜາດ 7,7x21 ແມັດ, ສູງ 3 ແມັດ ລວມ​ມີ 6 ຫ້ອງ, ປະກອບ​ມີ ກາ​ລາ​ປືນ 5 ຫ້ອງ, ສາງ​ນ້ຳມັນ​ເຊື້ອ​ໄຟ 1 ຫ້ອງ, ​ໂຄງ​ສ້າງ​ເຮັດ​ດ້ວຍ​ເບ​ຕົງ​ເສີມ​ດ້ວຍ​ເຫຼັກ, ຝາ​ກໍ່​ດ້ວຍ​ດິນ​ບ໋ອກ, ມຸງ​ດ້ວຍ​ແຜ່ນ​ອາ​ລູ​ຊິງ ລວມ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 64 ລ້ານ​ກວ່າ​ກີບ ໂດຍ​ນໍາໃຊ້ທຶນ​ຂອງ​ກອງ​ພົນ 100%. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ