ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ຫ້ອງ​ການເມືອງ ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ ວິຊາ​ລະບຽບ​ງົດ​ງາມ ແລະ ສິລະປະ​ຍຸດ​ປືນ​ທະຫານ​ຮາບ
ເວລາອອກຂ່າວ: 2024-12-03 09:11:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 835 | ຄວາມນິຍົມ:



ໃນ​ວັນ​ທີ 22 ພະຈິກ 2024 ນີ້, ຫ້ອງ​ການເມືອງ ກອງ​ບັນຊາ​ ການ​ທະຫານ​ແຂວງ​ໄຊຍະ​ບູລີ ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ວິ ຊາ​ລະບຽບ​ງົດ​ງາມ ແລະ ສິລະ ປະ​ຍຸດ​ປືນ​ທະຫານ​ຮາບ​ ປະຈຳ​ປີ 2024 ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບຸນ​ພົບ ວິໄລ​ສັກ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ຖືກ​ເຊີນ, ຄູ-ອາ ຈານ ພ້ອມ​ດ້ວຍ​ພະນັກງານ-ນັກ ຮົບ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ລຳ ວັນນະຄອນ ຫົວໜ້າ​ພະ​ແນກ​ບໍ ລິຫານ​ສັງ​ລວມ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ເຊິ່ງ​ປະກອບ​ມີ ພາກ​ວິຊາ​ລະບຽບ​ງົດ​ງາມ ແລະ ພາກ​ສິລະປະ​ຢຸດ​ປືນ​ທະຫານ​ຮາບ. ຈຸດປະສົງ​ໃນ​ການ​ອົບຮົມ​ຄັ້ງ​ນີ້​, ​ເພື່ອ​ເປັນ​ການ​ສົນທະນາ​ແລກປ່ຽນ​ບົດຮຽນ​ຂອງ​ບັນດາ​ພະນັກງານ-ນັກຮົບ ທີ່​ເຂົ້າ​ຮ່ວມ​ອົບຮົມ, ເພື່ອ​ເປັນ​ການ​ເອກະ​ພາບ​ຄືນ​ບາງ​ທິດ​ສະ​ດີ​ຫຼັກການ​ດ້ານ​ລະບຽບ​ງົດ​ງາມ ແລະ ສິລະປະ​ຍຸດ​ປືນ​ທະຫານ​ຮາບ ທັງ​ເປັນ​ການ​ຊຸກຍູ້​ໃຫ້​ບັນດາ​ກົມ​ກອງ​ ກໍ​ຄື​ນາຍ ແລະ ພົນທະຫານຫັນ​ເຂົ້າ​ສູ່​ລະບຽບ​ແບບແຜນ​ຂອງ​ກອງທັບ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ກຳນົດ​ຂອງ​ກອງທັບ​ໃຫ້​ເປັນ​ປົກກະຕິ ສ້າງ​ໃຫ້​ກົມ​ກອງ​ມີ​ລະບຽບແບບ ແຜນ​ທັນ​ສະໄໝ ແນໃສ່​ກໍ່ສ້າງ ​ພະນັກງານ-ນັກຮົບ​ໃຫ້​ມີ​ຄວາມ​ຮູ້​ພື້ນຖານ​ ທັງ​ເປັນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ ກຳ​ໄດ້​ທິດ​ສະ​ດີ ແລະ ຫຼັກ ການ​ແນວທາງ​ປ້ອງ​ກັນ​ຊາດ- ປ້ອງ​ກັນ​ຄວາມ​ສະຫງົບ ບັນດາ ​ຈັງຫວະ​ສິລະປະ​ຍຸດ​ປືນ​ທະຫານ​ຮາບ ເພື່ອ​ນຳໄປ​ຈັດ​ຕັ້ງ​ປະ​ຕີ​ບັດ ແລະ ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ ໃນ​ການ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ການຈັດຕັ້ງ​ພັກ-ລັດ ມອບ​ໝາຍ​ໃຫ.້ ຊຸດ​ອົບຮົມ​ຄັ້ງ​ນີ້​ຈະ​ດຳເນີນ​ໄປ​ເປັນ​ເວລາ 7 ວັນ ​ຈຶ່ງ​ຈະ​ສຳເລັດ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ