ຊຸກຍູ້ສິລະປະສະໝັກຫຼິ້ນ ກອງພົນທີ 2
ເວລາອອກຂ່າວ: 2024-12-03 09:20:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1231 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມການເຝິກຊ້ອມລາຍການສະແດງ ຂອງສິລະປະສະໝັກຫຼິ້ນ ກອງພົນທີ 2 ເພື່ອກະກຽມສະແດງຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງພົນທີ 2 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ສິລະປະສະໝັກຫຼິ້ນ ທີ່ມີຄວາມອົດທົນ ແລະ ຕັ້ງໃຈເຝິກຊ້ອມຕະຫຼອດ ໄລຍະຜ່ານມາ ພ້ອມທັງຮຽກ ຮ້ອງໃຫ້ນັກສິລະປະແຕ່ລະສະ ຫາຍ ສືບຕໍ່ເຝິກຊ້ອມໃຫ້ມີຄວາມຊຳນານ, ຄ່ອງແຄ່ວ, ປັບປຸງແກ້ໄຂຈຸດທີ່ຍັງຄົງຄ້າງ ໃຫ້ດີຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ແກ່ການສະແດງຮັບໃຊ້ວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ກໍຄືສະແດງຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງພົນທີ 2 ໃຫ້ມີສີສັນຈົບງາມ ແລະ ມີຄວາມເບີກບານມ່ວນຊື່ນ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຍັງໄດ້ມອບເຄື່ອງບໍລິໂພກຈຳນວນໜຶ່ງ ໃຫ້ໜ່ວຍສິລະປະສະໝັກຫຼິ້ນເພື່ອປະກອບສ່ວນຊຸກຍູ້ສິລະປະສະໝັກຫຼິ້ນ ກອງພົນທີ 2 ໃຫ້ມີກຳລັງໃຈໃນການເຝິກຊ້ອມ ອີກດ້ວຍ.
ໂດຍ: ສຸວັນໂນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ