ສອງພາກສ່ວນມອບປື້ມຫຼັກສູດການຮຽນ-ການສອນ ໃຫ້ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2024-12-03 14:39:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2193 | ຄວາມນິຍົມ:
ໃນວັນທີ 27 ພະຈິກ 2024 ນີ້, ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິສິດ ຮອງອຳນວຍການ ຫົວໜ້າຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາປື້ມຫຼັກສູດບົດວິທະຍານິພົນ ການຮຽນ-ການສອນ ຈຳນວນ 72 ຫົວ ແລະ ສະຫາຍ ພັນໂທ ແສງສຸລິຍາ ພິມມະສອນ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງວິທະຍາຄານ ນາຍທະຫານບົກ ກົມມະດຳ ພ້ອມດ້ວຍຄະນະ ໄດ້ນໍາເອົາປື້ມຫຼັກສູດການຮຽນ-ການສອນ ຈຳນວນ 10 ຫົວ ມອບໃຫ້ຫໍພິພິທະພັນປະຫວັດສາດກອງທັບ ເຊິ່ງກ່າວຮັບໂດຍ ສະຫາຍ ພັນໂທ ນາງ ວຽງຄຳ ແນວຮັກພູມສະໄໝ ຮອງຫົວໜ້າອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ພ້ອມດ້ວຍຄະນະ ພ້ອມທັງກ່າວສະແດງຄວາມຂອບໃຈ ຄະນະພັກ-ຄະນະອໍານວຍການ ທັງສອງວິທະຍາຄານ ທີ່ໄດ້ມອບປື້ມບົດວິທະຍານິພົນ ແລະ ປື້ມການຮຽນ-ການສອນ ໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາປື້ມຈໍານວນດັ່ງກ່າວ ໄປຈັດວາງສະແດງຢູ່ ຫໍພິພິທະພັນປະຫວັດສາດກອງທັບ ເພື່ອໃຫ້ນັກຮຽນຮູ້-ນັກສຶກສາປັນຍາຊົນ ແລະ ພະນັກງານ-ນັກຮົບ ໄດ້ເຂົ້າມາຄົ້ນຄວ້າສຶກຮ່ຳຮຽນ ເພື່ອນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃຫ້ເກີດປະໂຫຍດ.
ໂດຍ: ວຽງໄຊ ຄູນວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ