ທະຫານເມືອງທຸລະຄົມ ແຂວງວຽງຈັນ ປິດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2024-12-04 09:18:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1286 | ຄວາມນິຍົມ:
ໃນວັນທີ 25 ພະຈິກ 2024, ກອງບັນຊາການທະຫານເມືອງທຸລະຄົມ ແຂວງວຽງຈັນ ໄດ້ປິດບັ້ນອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2024, ໂດຍມີ ສະຫາຍ ພັນເອກ ບຸນຕຽງ ອິນທະວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງ ເມືອງທຸລະຄົມ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກ-ຄະນະບັນຊາ, ບັນດາຫ້ອງການ, ແຂກທີ່ຖືກເຊີນ ຕະຫຼອດຮອດ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ຊຽງ ສີຫາລາດ ຫົວໜ້າຂະແໜງອົບຮົມກອງບັນຊາການທະຫານເມືອງທຸລະຄົມ ໄດ້ຜ່ານບົດສະຫຼຸບຕີລາ ຄາຜ່ານການຈັດຕັ້ງອົບຮົມ-ຫັດແອບ ໃນໄລຍະຜ່ານມາ. ຜ່ານການເຝິກອົບຮົມ ສາມາດຕີຄາລາຜົນໄດ້ຮັບ ອົບຮົມວຽກງານພັກ-ວຽກງານການເມືອງຮັບ ປະກັນໃຫ້ແກ່ວຽກງານກຽມ ພ້ອມສູ້ຮົບ 85%, ອົບຮົມວຽກງານພະລາທິການ-ເຕັກນິກ 85%, ພາກວິຊາລວມ 85%, ພາກສິລະປະຍຸດ 90%, ຍຸດທະວິທີ 75% ແລະ ພາກປະຕິບັດຍິງ ເປົ້າໝາຍດ້ວຍລູກປືນແທ້ ຂັ້ນເກັ່ງ 65 ສະຫາຍ ແລະ ກາງ 29 ສະຫາຍ.
ສະຫາຍ ພັນເອກ ບຸນຕຽງ ອິນທະວົງ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທີ່ເອົາໃຈໃສ່ໃນການຫັດແອບຄັ້ງນີ້ ໄດ້ຕາມແຜນການທີ່ວາງໄວ້, ພ້ອມທັງໄດ້ຮຽກຮ້ອງໃຫ້ ພ້ອມກັນນຳເອົາບົດຮຽນທີ່ໄດ້ອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ພາຍໃນກົມກອງຢ່າງມີປະສິດທິຜົນ.
ໂດຍ: ວາລິນ ສີຣິສົມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ