ມອບເຄື່ອງຊ່ວຍເຫຼືອ ໃຫ້ໂຮງໝໍ ກອງພົນທີ 3
ເວລາອອກຂ່າວ: 2024-12-04 09:21:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 963 | ຄວາມນິຍົມ:
ໃນວັນທີ 26 ພະຈິກ 2024, ອົງການກາແດງ ສາຂາແຂວງອຸດົມໄຊ ນຳໂດຍທ່ານ ດຣ ນາງ ສິດທິວອນ ຫົງສາຄອນ ຫົວໜ້າອົງການກາແດງແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາອຸປະກອນຮັບໃຊ້ຄົນເຈັບ ຄື: ລໍ້ຮັບ-ສົ່ງຄົນເຈັບ ຈຳນວນ 2 ຊຸດ ລວມມູນຄ່າ 5.500.000 ກີບ ມາມອບໃຫ້ ໂຮງໝໍກອງພົນທີ 3 , ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ອຳເຜີຍ ພູວົງ ຫົວໜ້າການທະຫານ ໂຮງໝໍກອງພົນທີ 3 ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ອຳເຜີຍ ພູວົງ ໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນມາຍັງ ທ່ານ ດຣ ນາງ ສິດທິວອນ ຫົງສາຄອນພ້ອມດ້ວຍຄະນະ ທີ່ໄດ້ນຳເອົາ ອຸປະກອນຮັບໃຊ້ຄົນເຈັບມາ ມອບໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ນຳໃຊ້ເຄື່ອງດັ່ງກ່າວ ເຂົ້າໃນວຽກງານລວມຂອງກົມກອງ ຢ່າງຖືກຕ້ອງ ແລະ ນຳໃຊ້ໄດ້ຢ່າງຍາວນານ.
ໂດຍ: ພິລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ