ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ກອງພັນ​ທີ 2 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບ​​ການເຄື່ອນໄຫວ​ວຽກງານ ປະຈຳ 6 ເດືອນ​ທ້າຍ​ປີ
ເວລາອອກຂ່າວ: 2024-12-04 09:23:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1639 | ຄວາມນິຍົມ:



ໃນ​ວັນ​ທີ 27 ພະຈິກ 2024 ນີ້, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກອງພັນ​ທີ 2 (ນັກຮຽນ​ ມ.6) ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານຊາວ​ໜຸ່ມ​ ປະຈຳ 6 ເດືອນ​ທ້າຍ​ປີ 2024 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ 6 ເດືອນ​ຕົ້ນ​ປີ 2025 ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ພັນໂທ ພັດ ພອນ​ມະນີ ຫົວໜ້າ​ການເມືອງ​ ກອງພັນ, ມີ​ຄະນະ​ນຳ​ ຊາວ​ໜຸ່ມ​ຫ້ອງການ, ກອງພັນ ຕະ ຫຼອດ​ຮອດສະມາຊິກ​ຊາວ​ໜຸ່ມ​ ທົ່ວ​ກອງພັນ​ທີ 2 ເຂົ້າ​ຮ່ວມ ສະຫາຍ ຮ້ອຍ​ເອກ ອານດີ ເຊິນ ທຳ​ມະ​ວົງ ເລຂາຄະນະບໍ ລິຫານ​ງານ​ຊາວໜຸ່ມກອງພັນ ທີ 2 ໄດ້​ສະຫຼຸບ​ຄືນ​ການເຄື່ອນ ໄຫວວຽກງານ​ໃນ​ໄລຍະ 6 ເດືອນ​ຜ່ານ​ມາ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ໄດ້​ເອົາໃຈໃສ່ນຳພາ​- ຊີ້ນໍາຄະນະ​ໜ່ວຍ ແລະ ສະມາ ຊິກ​ຊາວ​ໜຸ່ມ​ເຄື່ອນ​ໄຫວ​ຕາມ​ພາ ລະ​ບົດບາດ, ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ທຸກຂະ​ບວນ​ການ​ຂອງ​ກົມ​ກອງ ໂດຍ​ສະເພາະ​ແມ່ນ​ການ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ແລະ ຂໍ້ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ, ຖື​ສຳຄັນ​ວຽກ​ງານ​ສຶກສາ​ອົບ​ຮົມ​ການເມືອງ-​ນຳພາ​ແນວ​ຄິດ ເປັນ​ສຳຄັນ, ຖື​ເອົາ​ການ​ຕຳ​ນິ​ກໍ່ ສ້າງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເປັນ​ກົກ, ສະມາຊິກ​ຊາວ​ໜຸ່ມມີ​ສະຕິຕື່ນຕົວ ປະຕິບັດ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ​ກົດ​ລະບຽບ​ຕ່າງໆ​ຂອງ​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເຂົ້່າ​ຮ່ວມ​ຂະ​ບວນ​ການ​ຕ່າງໆຂອງ​ກົມ​ກອງ​ ເຮັດ​ໃຫ້​ກົມ​ກອງ​ມີ​ບັນຍາກາດ​ຟົດຟື້ນ​ຕໍ່​ເນື່ອງ ແລະ ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ການ​ຄົ້ນ​ຄວ້າ​ຮໍ່າຮຽນ, ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ, ປະດັບ​ປະດາ​ຄ້າຍຄູ ແລະ ອື່ນໆ. ຄຽງ​ຄູ່​ກັນ​ນັ້ນ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ຍັງ​ໄດ້​ຊຸກຍູ້​ສະມາຊິກ​ຊາວ​ໜຸ່ມ​ອອກແຮງ​ເພີ່ມ​ພູນ​ຜະລິດຜົນ ຕາມ​ທິດ 4 ປູກ 4 ລ້ຽງ ທີ່​ກົມ​ ໃຫຍ​່ພະລາທິການ​ກອງທັບວາງ​ອອກ​ໄດ້​ເປັນ​ຢ່າງ​ດີ ໃນ​ນີ້, ປູກ​ພືດ​ຜັກ​ຊະນິດ​ຕ່າງໆ ​ໄດ້ 350 ກິ​ໂລກຣາມ ເປັນ​ເງິນ 1.750.000 ກີບ, ລ້ຽງ​ໝູ​ໄດ້ 14 ໂຕ ນອກ​ນີ້, ວຽກ​ງານ​ປິ່ນ​ອ້ອມ​ອື່ນໆ ​ຂອງ​ກົມ​ກອງ​ກໍມີ​ຜົນສຳເລັດ​ເປັນ​ຢ່າງສູງ ຈາກ​ຜົນງານ​ດັ່ງກ່າວ ສາມາດ​ສ້າງ​ໄດ້​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ​ໄດ້ 100%. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ