ລາວ-ກໍາປູເຈຍ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ
ເວລາອອກຂ່າວ: 2024-12-05 15:16:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 755 | ຄວາມນິຍົມ:
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນວັນທີ 4-5 ທັນວາ 2024 ນີ້. ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ ໃຫ້ເລິກເຊິ່ງກວ່າເກົ່າ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນແລງຂອງວັນທີ 4 ທັນວາ 2024, ທີ່ວັງສັນຕິພາບ, ນະຄອນຫຼວງພະນົມເປັນ. ພາຍຫຼັງສໍາເລັດພິທີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ. ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ ກໍໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມນີ້ ກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເປັນຕົ້ນ ດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ, ການເງິນ, ພະລັງງານ, ໂຍທາທິການ-ຂົນສົ່ງ, ການສຶກສາ, ວັດທະນະທຳ-ທ່ອງທ່ຽວ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ວຽກງານຊາຍແດນ ແລະ ການຮ່ວມມືດ້ານການທູດປະຊາຊົນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ດີ ມີມາແຕ່ດົນນານ ກໍ່ຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ. ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກລະດັບ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືກັນລະອຽດໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາສອງຝ່າຍ ທີ່ໄດ້ລົງນາມກັນແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ສືບຕໍ່ຈັດກອງປະຊຸມຂອງບັນດາກົນໄກທີ່ສອງຝ່າຍມີນໍາກັນແລ້ວ ເປັນຕົ້ນ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ (JC), ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ (JBC) ແລະ ອື່ນໆ, ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະເທດ ລາວ-ກໍາປູເຈຍ ເພື່ອຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດບໍລິເວນຊາຍແດນສອງປະເທດ, ຊຸກຍູ້ໃຫ້ຄະນະກໍາມະການຊາຍແດນຮ່ວມສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ສາມາດສໍາເລັດການກໍານົດເສັ້ນຊາຍແດນ ແລະ ປັກຫຼັກຫມາຍຊາຍແດນສ່ວນທີ່ຍັງເຫຼືອໃຫ້ສໍາເລັດ, ສອງຝ່າຍ ຈະສືບຕໍ່ຊຸກຍູ້ບັນດາຂະແຫນງການທີ່ກ່ຽວຂ້ອງຂອງສອງປະເທດ ເພື່ອສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍ່ຄືການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດຂອງສອງປະເທດລາວ-ກຳປູເຈຍ ໃຫ້ສາມາດແລກປ່ຽນບົດຮຽນ ແລະ ເຮັດທຸລະກິດຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍໃຫ້ສຸມໃສ່ຂະຫຍາຍການຄ້າທີ່ມີທ່າແຮງ ເປັນຕົ້ນ ດ້ານພະລັງງານໄຟຟ້າ, ກະສິກຳ ແລະ ອື່ນໆ ລວມທັງຊຸກຍູ້ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ໃຫ້ມີການຄ້າຂາຍກັນຫຼາຍຂຶ້ນໃນຕໍ່ຫນ້າ; ເພີ່ມທະວີການຮ່ວມມືດ້ານການສຶກສາ ເນື່ອງຈາກວ່າ ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດການແລກປ່ຽນທຶນການສຶກສາ ແມ່ນຍັງບໍ່ບັນລຸຕາມຄາດຫມາຍເທົ່າທີ່ຄວນ; ສຳລັບການຮ່ວມມືດ້ານວັດທະນະທຳ-ສັງຄົມ ແລະ ການທ່ອງທ່ຽວ ສອງຝ່າຍເຫັນດີໃຫ້ຂະແຫນງການກ່ຽວຂ້ອງ ສືບຕໍ່ປຶກສາຫາລືກັນລະອຽດໃນການສະເໜີຮູບແບບທ່ອງທ່ຽວສອງປະເທດ ເປັນຕົ້ນ ທ່ອງທ່ຽວຫຼວງພະບາງ-ຈໍາປາສັກ-ຊຽມຣຽບ ຫຼື ອື່ນໆ. ສອງຝ່າຍ ຍັງໄດ້ສະແດງຄວມຊົມເຊີຍຕໍ່ການພົວພັນຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນ ການເປີດເສັ້ນທາງບິນໂດຍກົງ ປາກເຊ-ຊຽມຣຽບ-ປາກເຊ ແລະ ເສັ້ນທາງລົດເມ ຈາກປາກເຊ-ພະນົມເປັນ-ປາກເຊ; ປາກເຊ-ຊຽມຣຽບ-ປາກເຊ ເຊິ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນ ແລະ ນັກທ່ອງທ່ຽວສອງປະເທດ ແລະ ປະເທດທີສາມ, ໃນນັ້ນ ສອງຝ່າຍ ຍັງໄດ້ຮັບຊາບຄວາມຄືບຫນ້າຂອງໂຄງການກໍ່ສ້າງຂົວເຊລຳເພົາ ແລະ ປຶກສາຫາລືເຖິງບັນດາໂຄງການເສັ້ນທາງດ່ວນ-ໂຄງການສ້າງທາງລົດໄຟເຊື່ອມຈອດ ລະຫວ່າງ ລາວ-ກຳປູເຈຍ ໃນຕໍ່ຫນ້າ. ພ້ອມນີ້, ຜູ້ນໍາສອງປະເທດ ຢືນຢັນຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຂອງສອງຊາດ ໃນຂອບສະຫະປະຊາຊາດ, ອາຊຽນ ແລະ ອານຸພາກພື້ນແມ່ນໍ້າຂອງອື່ນໆ ເປັນຕົ້ນ ຂອບການຮ່ວມມືແອັກແມັກ (ACMECS), CLMV, GMS. ພ້ອມນັ້ນ, ສອງຝ່າຍ ເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການກະກຽມໃຫ້ແກ່ການເດີນທາງຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງ ພະບາດ ສົມເດັດ ພະບໍ ຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນປີ 2025. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ມີຜົນສຳເລັດອັນຈົບງາມ, ຢືນຢັນຄືນຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ຖານເພື່ອນມິດສະໜິດສະໜົມ, ບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ກໍ່ຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ.
ໃນຂະນະດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນມາແນດ ກໍ່ໄດ້ຢືນຢັນຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ອວຍພອນໃຫ້ການພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຂຽວສົດງົດງາມ ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດ ກຳປູເຈຍ-ລາວ.
ພາຍຫຼັງສຳເລັດການພົບປະ, ຜູ້ນຳສອງປະເທດ ກໍ່ໄດ້ເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມື ລາວ-ກຳປູເຈຍ ຈຳນວນ 3 ສະບັບ ຄື: 1.) ສັນຍາຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ (DTA); 2.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ກໍາປູເຈຍ ແລະ ລັດຖະບານ ສປປ ລາວ ກ່ຽວກັບ ການຮ່ວມມືໃນຂົງເຂດວັດທະນະທຳ ແລະ ສິນລະປະ; 3.) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂະແໜງການກະສິກຳ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກຳປູເຈຍ.
ໃນຕອນຄ່ຳ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍ່ໄດ້ເປັນກຽດຈັດງານລ້ຽງຕ້ອນຮັບໃຫ້ແກ່ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ, ໃນໂອກາດມາຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ. ນອກຈາກນີ້, ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຍັງໄດ້ໄປຢ້ຽມຢາມເຂດເສດຖະກິດພິເສດພະນົມເປັນ ເພື່ອຢ້ຽມຊົມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຊອກຫາຊ່ອງທາງໃນການຂະຫຍາຍການຮ່ວມມືລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຕໍ່ໜ້າ.
ກົມການຂ່າວ, ກະຊວງການຕ່າງປະເທດ
ພະແນກໂຄສະນາ ແລະ ປະຊາສຳພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ