ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ປິດຊຸດອົບຮົມວຽກງານພະລາທິການ-ເຕັກນິກໄລຍະສັ້ນ
ເວລາອອກຂ່າວ: 2024-12-05 15:38:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 696 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2024 ນີ້, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ປິດຊຸດອົບຮົມວຽກງານພະລາທິການ-ເຕັກນິກໄລຍະສັ້ນ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນໄຊ ວົງປັນຍາ ຄະນະອໍານວຍການ ຫົວໜ້າຫ້ອງພະລາທິການ-ເຕັກນິກໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງພະລາທິການ-ເຕັກນິກ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາແດງ ສີອໍາມາລາ ຫົວໜ້າພະແນກແຜນການ ຫ້ອງພະລາທິການ-ເຕັກນິກ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງທີ່ຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານແຕ່ລະສະຫາຍ ໄດ້ພ້ອມກັນເອົາໃຈໃສ່ໃກ້ຊິດຕິດແທດ ແລະ ຖ່າຍທອດສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມດ້ວຍຄວາມຮັບຜິດຊອບສູງ ຈິ່ງເຮັດໃຫ້ນັກເຝິກອົບຮົມແຕ່ລະສະຫາຍມີແນວຄິດຫຼັກໝັ້ນອຸ່ນອຽນທຸ່ນທ່ຽງ ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າຮ່ຳຮຽນ ກໍຄືລະບຽບການຕ່າງໆ ຂອງໂຮງຮຽນວາງອອກຢ່າງຖືກຕ້ອງ, ເຂັ້ມງວດ ເຮັດໃຫ້ການຈັດຕັ້ງການອົບຮົມ-ຫັດແອບໃນຄັ້ງນີ້ ບັນລຸໝາກຜົນສູງແລະມີຄວາມສະຫງົບປອດໄພ 100%, ສາມາດຕີລາຄາຜົນໄດ້ຮັບ ຄື: ອົບຮົມວຽກງານເສນາພະລາ ຂັ້ນເກັ່ງ ເທົ່າກັບ 10%, ກາງ ເທົ່າກັບ 60%, ຄາດໝາຍ 30%; ອົບຮົມວຽກງານຄຸ້ມຄອງອຸປະໂພກ ຂັ້ນເກັ່ງ ເທົ່າກັບ20%, ກາງ ເທົ່າກັບ 60%, ຄາດໝາຍ 20%; ອົບຮົມວຽກງານເສນາຮັກ ຂັ້ນເກັ່ງ ເທົ່າກັບ15%, ກາງ ເທົ່າກັບ 65%, ຄາດໝາຍ 20%; ວຽກງານການເງິນ ຂັ້ນເກັ່ງ ເທົ່າກັບ 5%, ກາງ ເທົ່າກັບ 75%, ຄາດໝາຍ 20%; ວຽກງານຄຸ້ມຄອງລົດ, ນັກຮຽນເກັ່ງ ເທົ່າກັບ10%, ກາງ ເທົ່າກັບ 65%, ຄາດໝາຍ 25%; ວຽກງານກໍ່ສ້າງ-ຄຸ້ມຊັບສິນ ຂັ້ນເກັ່ງ ເທົ່າກັບ 15%, ກາງ ເທົ່າກັບ 55%, ຄາດໝາຍ 35%;ວຽກງານນໍ້າມັນເຊື້ອໄຟ ນັກຮຽນເກັ່ງ ເທົ່າກັບ 15%, ກາງ ເທົ່າກັບ 60%, ຄາດໝາຍ 25% ແລະ ວຽກງານອາວຸດ-ກະສຸນ ຂັ້ນເກັ່ງ ເທົ່າກັບ 10% ກາງ ເທົ່າກັບ 65%, ຄາດໝາຍ 25%. ໃນໂອກາດນີ້, ສະຫາຍ ພັນເອກ ວັນໄຊ ວົງປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງບັນດາຄະນະອຳນວຍການ, ພະນັກງານ ຄູ-ອາຈານ ແລະ ນັກເຝິກອົບຮົມວຽກງານພະລາທິການ-ເຕັກນິກທຸກໆສະຫາຍ ທີ່ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດການຮຽນ-ການສອນໃນຄັ້ງນີ້ ໄດ້ຮັບຜົນສຳເລັດ ແລະ ມີຄວາມສະຫງົບປອດໄພ100% ພ້ອມທັງຮຽກຮ້ອງໃຫ້ນັກເຝິກອົບຮົມແຕ່ລະສະຫາຍພາຍຫຼັງທີ່ໄດ້ຮຽນຈົບແລ້ວຈົ່ງພ້ອມກັນນຳເອົາບັນດາເນື້ອໃນບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ເກີດດອກອອກຜົນ, ເປັນເຈົ້າການປະຕິບັດກົດລະບຽບຂອງກອງທັບ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ໜັກແໜ້ນຍິ່ງໆຂຶ້ນ. ໂດຍ: ອາຫວຸ້ນ ອິນຫຼວງເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ