ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ກອງຮ້ອຍ​ທະຫານ​ຊາຍ​ແດນ 112 ປິດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ໄຕ​ມາດ II ປີ 2024
ເວລາອອກຂ່າວ: 2024-12-06 09:12:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 675 | ຄວາມນິຍົມ:



ວັນ​ທີ 27 ພະຈິກ 2024, ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ 112 ແຂວງ​ຜົ້ງ​ສາລີ ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ, ເຕັກນິກ ແລະ ວິຊາ​ສະເພາະ​ ປະຈຳ​ໄຕ​ມາດ II ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພັນ​ຕີ ຄຳ​ໄມ ພອນ​ສຸກ ຫົວໜ້າ​ການເມືອງ ກອງຮ້ອຍ​ທະຫານ​ຊາຍ​ແດນ 112, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ສົມ​ຈັນ ພອນ​ມະນີ​ໄຊ ຮອງ​ຫົວໜ້າ​ການ​ທະຫານ​ ກອງຮ້ອຍທະຫານຊາຍ​ແດນ 112 ໄດ້​ຜ່ານ​ບົດ​ສະຫຼຸບ​ຜົນ​ໄດ້​ຮັບ​ໃນ​ການເຝິກແອບ ແລະ ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ສາມາດ​ສະເລ່ຍ​ພາກ​ການ​ທະຫານ​ບັນລຸ​ໄດ້ 99,99%; ພາກ​ການເມືອງ 99,98%; ພາກ​ພະລາທິການ 99,98% ແລະ ພາກ​ວິຊາ​ສະເພາະ 99,99% ສະເລ່ຍ​ຜົນ​ການ​ອົບຮົມ-ຫັດ​ແອບ​ທັງ​ໝົດ​ໄດ້ 99,88%. ໃນ​ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ ຊັ້ນ I, II, III ແລະ ໃບ​ຍ້ອງຍໍ​ໃຫ້ ນາຍ ແລະ ພົນທະຫານ​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ ຕື່ມ​ອີກ. ສະຫາຍ ພັນ​ຕີ ຄຳ​ໄມ ພອນ​ສຸກ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ພັກ-ຄະນະ​ບັນຊາ, ຄູ-ອາຈານ, ນາຍ ແລະ ພົນທະຫານ ທີ່​ອົບຮົມ-ຫັດ​ແອບ​ໄດ້​ສຳເລັດ​ຕາມ​ແຜນການ ພ້ອມ​ທັງ ເນັ້ນ​ໜັກ​ໃຫ້​ພະນັກງານ-ນັກຮົບ ຈົ່ງ​ຍົກ​ສູງ​ສະຕິ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ, ກຳ​ແໜ້ນ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ, ຍົກ​ສູງ​ການ​ກຽມພ້ອມ​ສູ້​ຮົບ ແລະ ນຳ​ເອົາ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ຄັ້ງ​ນີ້ ໄປ​ນຳ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ຕົວ​ຈິງ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ. ໂດຍ: ທອງ​ໄຊ ແສງ​ອຸດົມ ພາບ: ທອງ​ສະ​ຫວັດ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ