ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ໂຮງໝໍ​ບໍລິເວນ 109 ກອງທັບ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2024-12-06 09:16:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 813 | ຄວາມນິຍົມ:



ວັນ​ທີ 28 ຕຸລາ 2024, ຢູ່​ທີ່​ສະໂມສອນ​ໂຮງໝໍ​ບໍລິເວນ 109 ກອງທັບ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ກັບ​ພະນັກງານອອກ​ທະຫານ, ໂດຍ​ການ​ເປັນ​ປະທານ​ ຂອງ ສະຫາຍ ພັນ​ເອກ ​ດຣ ສົມບູນ ໄຊ​ຍະ​ຄຳ ຫົວໜ້າ​ການເມືອງ​ ໂຮງໝໍ​ບໍລິເວນ 109 ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ສະຫວັນ ຈັນທະ​ປັນຍາ ຫົວໜ້າ​ພະແນກການ​ເມືອງ​ ໂຮງໝໍ​ບໍລິເວນ 109 ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະກັນ​ສັງຄົມ, ຢູ່​ໂຮງໝໍ​ບໍລິເວນ 109 ມີ​ພະນັກງານ ທີ່​ອອກ​ທະຫານ​ໄດ້​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ຈຳນວນ 2 ສະ ຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 179.675.000 ກີບ. ສະຫາຍ ​ພັນເອກ ​ດຣ ສົມບູນ​ ໄຊ​ຍະ​ຄຳ ໄດ້​ສະແດງ​ຄວາມຍ້ອງ ຍໍ​ຊົມເຊີຍຕໍ່ພະນັກງານ ທີ່​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ໄດ້​ອຸທິດ​ເຫື່ອແຮງ ແລະ ສະຕິ​ປັນຍາ​ປະກອບ​ເຂົ້າ​ໃນ​ພະລະ​ກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ຖັນ​ແຖວ​ກອງທັບ​ປະຊາຊົນ​ລາວ​ຢ່າງ​ມີ​ຜົນສຳເລັດ. ໂດຍ: ນາງ ໂຄ​ດາ ໄຊ​ຍະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ