ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ຄະນະ​ພັກ​ຮາກ​ຖານ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ຈອມ​ເພັດ ສຳເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV
ເວລາອອກຂ່າວ: 2024-12-06 09:23:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 690 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ IV ຂອງ​ຄະນະ​ພັກ ​ຮາກ​ຖານ ກອງ​ບັນຊາ​ການ​ທະ ຫານ​ເມືອງ​ຈອມ​ເພັດ ແຂວງ​ຫຼວງ​ພະ​ບາງ ໄດ້​ໄຂ​ຂຶ້ນ ແລະ ອັດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບ ງາມ ໃນທ້າຍເດືອນ ພະຈິກ 2024 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ສາຍສະໝອນ ສາລິວົງ ເລຂາ​ພັກ​ເມືອງ ເຈົ້າເມືອງ ເມືອງ​ຈອມ​ເພັດ, ມີ​ ສະຫາຍ ພັນ​ເອກ ວິລະ​ສິນ ມິດ​ຕະ​ພອນ ປະທານ​ກວດກາ​ພັກ ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງ​ທະຫານ​ແຂວງ, ສະຫາຍ ພັນໂທ ຄອນເສີດ ຍູ​ລະ​ສານ ຮັກສາ​ການ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ຈອມ​ເພັດ, ມີ​ຄະນະ​ຈັດ​ຕັ້ງ​ເມືອງ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ​ສະມາຊິກ​ພັກ​ ເຂົ້າ​ຮ່ວມ.     ສະຫາຍ ພັນ​ໂທ ຄອນເສີດ ຍູລະ​ສານ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ຄະນະ​ພັກ​ເອົາໃຈໃສ່​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ​ກຳແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ, ສາມາດ​ຂະ ຫຍາຍ​ມະຫາຊົນ​ເຂົ້າ​ພັກ​ໄດ້ 26 ສະຫາຍ, ຍິງ 6 ສະຫາຍ, ໄດ້​ຮັບ​ນາມມະຍົດ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 5 ປີ​ຊ້ອນ, ທັງ​ໄດ້​ຈັດ​ຕັ້ງ​ກຳລັງ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ແບບ​ມູນເຊື້ອ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສາມາດສ້າງຄອບ ຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ ​ເຂັ້ມ ແຂງ​ໄດ້ 55 ບ້ານ, ມີ 4.796 ຄອບຄົວ ກວມ​ເອົາ 73,42%, ພະນັກງານ-ນັກຮົບ ໄດ້​ຮັບການ​ ຍ້ອງຍໍ​ປະເພດ​ຫຼຽນໄຊ​ພິລະ​ອາດ​ຫານ ຊັ້ນ II ກົມ​ກອງລວມ​ ໝູ່ 2 ໜ່ວຍ, ບຸກຄົນ​ໄດ້​ຮັບ​ຫຼຽນ​ກາ-ຫຼຽນ​ໄຊ ປະເພດ​ຕ່າງໆ 13 ໜ່ວຍ, ໃບ​ຍ້ອງຍໍ​ຂັ້ນ​ຕ່າງໆ 428 ໃບ. ພ້ອມ​ນີ້, ຄະນະ​ພັກ​ຍັງ​ໄດ້​ນຳ ພາ​ສຸມ​ໃສ່​ປູກຝັງ-ລ້ຽງສັດ​ ໂດຍ​ປະຕິບັດ​ຕາມ​ທິດ 4 ປູກ 4 ລ້ຽງ ແລະ ຊອກ​ແຫຼ່ງ​ລາຍ​ຮັບ​ດ້ວຍ​ວິທີ​ການ​ຕ່າງໆ, ພ້ອມ​ທັງ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຫັນ​ເຂົ້າ​ສູ່​ຄວາມ​ແໜ້ນໜາ​ຖາວອນ ສາມາດ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກ ຮົບ​ນັບ​ມື້​ດີ​ຂຶ້ນ. ໃນ​ພິທີໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​ຄັດ​ເລືອກ​ເອົາ ສະຫາຍ ພັນ​ໂທ ຄອນເສີດ ຍູ​ລະ​ສານ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ຄຳ​ເທບ ເທບ​ພະ​ວົງ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ໂທ ວຽງຄຳ ຈັນ​ເພັງ ເປັນ​ປະທານ​ກວດກາ​ພັກ, ສະຫາຍ ພັນ​ຕີ ທູນ ແກ້ວ ສຸລິຍະ ເປັນ​ຮອງ​ປະທານ​ກວດກາ, ສະຫາຍ ພັນ​ໂທ ຄຳ​ຊາຍ ໄຊ​ຍະ​ທິງ, ສະຫາຍ ພັນ​ໂທ ສົມ​ພັນ ໄຊ​ອຸທອນ ແລະ ສະຫາຍ ພັນ​ໂທ ບຸນ​ມາ ສຸ​ລິ​ເອ ເປັນ​ຄະນະ​ພັກ​ຮາກ​ຖານ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ ພາບ: ທອງ​ລິດ ແກ້ວ​ທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ