ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງ
ເວລາອອກຂ່າວ: 2024-12-06 10:48:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 560 | ຄວາມນິຍົມ:



ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການສຶກສາ (ສະບັບປັບປຸງ). ຫຼັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍພ້ອມກັນຄົ້ນຄວ້າ, ປະກອບຄຳຄິດເຫັນໃສ່ ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອຄົບຖ້ວນ, ສົມບູນ, ຮັດກຸມ. ທັງນີ້, ແນໃສ່ເຮັດໃຫ້ວຽກງານການສຶກສາ ສອດຄ່ອງຕາມແຜນວາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃນແຕ່ລະໄລຍະ. ທ່ານ ພຸດ ສິມມະລາວົງ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ ກົດໝາຍກົດໝາຍວ່າດ້ວຍການສຶກສາ ສະບັບປີ 2015 ຊຶ່ງເປັນກົດໝາຍແມ່ ຂອງຂະແໜງການສຶກສາທິການ ແລະ ກິລາ ຖືກນໍາໃຊ້ມາເປັນເວລາເກືອບ 9 ປີ ເຫັນວ່າຍັງບໍ່ທັນຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຍັງມີບາງພາກ, ໝວດ ແລະ ມາດຕາ ຄວນໄດ້ຮັບການປັບປຸງຄືນໃໝ່ ເພື່ອໃຫ້ມີຄວາມກົມກຽວ ແລະ ສອດຄ່ອງກັບ ກົດໝາຍວ່າດ້ວຍອາຊີວະສຶກສາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍອື່ນ ສຳລັບກົດໝາຍວ່າດ້ວຍການສຶກສາ ສະບັບປີ 2015 ປະກອບມີ: 15 ພາກ 13 ໝວດ ແລະ 97 ມາດຕາ. ປັດຈຸບັນ, ຮ່າງກົດໝາຍດັ່ງກ່າວ ປະກອບມີ 16 ພາກ 14 ໝວດ ແລະ 109 ມາດຕາ. ໃນນີ້, ໄດ້ຕັດອອກ I ພາກ 6 ມາດຕາ, ຍ້າຍ I ພາກ, I ມາດຕາ, ປັບປຸງ 56 ມາດຕາ, ສ້າງໃໝ່ 2 ພາກ, 1 ໝວດ ແລະ18 ມາດຕາ. ຄາດຄະເນຜົນໄດ້ຮັບ ພາຍຫລັງກົດໝາຍຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງ ໃຫ້ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳຕ່າງໆ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສຶກສາໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ເຖິງຄວາມສຳຄັນ ຂອງວຽກງານສຶກສາ ທັງຊຸກຍູ້ ແລະ ສົ່ງເສີມການລົງທຶນໃສ່ວຽກງານການສຶກສາ ໃຫ້ຫລາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດ ສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທຸກຄົນ ໃນ ສປປ ລາວ ເພື່ອປະກອບສ່ວນຕ້ານທຶນຮອນ, ແຮງງານ ແລະ ວັດຖຸປະກອນ ເຂົ້າໃນວຽກງານສຶກສາ ຢ່າງຕັ້ງໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ