ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ
ເວລາອອກຂ່າວ: 2024-12-09 15:03:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3245 | ຄວາມນິຍົມ:



ວັນທີ 09 ທັນວາ 2024 ນີ້, ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ (9 ທັນວາ 2003 – 9 ທັນວາ 2024) ຢູ່ທີ່ ຄະນະກວດກາສູນກາງພັກ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວັນ ບຸດດາຄຳ ກໍາມະການສໍາຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການ UNODC, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ນັກຮຽນ-ນັກສຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ. ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນ ຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ, ໂດຍຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນທອນກໍາລັງແຮງກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວຈຶ່ງໄດ້ມີການຄົ້ນຄວ້າສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດຕິຜົນຕໍ່ການກະທໍາ ຫຼື ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ ອົງການສະຫະປະຊາຊາດປີ 2000 ຈຶ່ງໄດ້ມີມະຕິເລກທີ 55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນປີ 2024 ສປປ ລາວ ໄດ້ດຳເນີນຄະດີການສໍ້ລາດບັງຫຼວງສຳເລັດ 4 ເລື່ອງ, ມີຜົນເສຍຫາຍທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາສະຫະລັດ, 7.8 ລ້ານຢວນ; ຍັງຄ້າງເກັບກູ້ ຈໍານວນ 51,46 ຕື້ກີບ, 3 ລ້ານບາດ, 2,6 ລ້ານຢວນ, 25,67 ລ້ານໂດລາ (ຜົນເສຍຫາຍທີ່ຍັງຄ້າງດັ່ງກ່າວນັ້ນ ແມ່ນຈະໄດ້ເກັບກູ້ຄືນທັງໝົດ ພາຍຫຼັງຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ) ມີເປົ້າໝາຍພົວພັນ 208 ຄົນ, ດໍາເນີນຄະດີ 40 ຄົນ, ກັກຕົວ 39 ຄົນ ໃນນີ້ ຄົນຕ່າງປະເທດ 2 ຄົນ, ແກ້ໄຂບໍລິຫານ 158 ຄົນ, ຍັງອີກ 10 ຄົນມອບໃຫ້ຂັ້ນແຂວງສືບຕໍ່ແກ້ໄຂຕາມພາລະບົດບາດ. ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ເປັນໄພອັນຕະລາຍທີ່ຮ້າຍແຮງຄືດັ່ງກ່າວ: ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປລາວ ຈຶ່ງຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນນັ້ນ, ໄດ້ວາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆ ຫຼາຍສະບັບ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ,ຕໍາຫຼວດ,ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫຼວງ; ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງກວ້າງຂວາງ. ພ້ອມນີ້ ຕາງໜ້າຈາກອົງການ UNODC ກໍໄດ້ຂຶ້ນມີຄໍາເຫັນຕໍ່ພິທີ; ຫຼັງຈາກນັ້ນໃນພິທີຍັງໄດ້ມີກິດຈະກຳຖາມ-ຕອບຄຳຖາມ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງອີກດ້ວຍ. ໂດຍ: ຕູ່ນາ ເລົ່າຖາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ