ວຕກ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2024-12-11 08:57:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1992 | ຄວາມນິຍົມ:
ໃນວັນທີ 6 ທັນວາ 2024 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກຄື: ວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024) ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີຫົວໜ້າການເມືອງ ວຕກ, ມີຄະນະພັກ-ຄະນະອຳນວຍການ, ຄະນະບັນຊາຫ້ອງ, ຄະນະວິຊາຄູ, ສູນເຝິກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ຍົກໃຫ້ເຫັນຜົນງານ
ແລະ ໄຊຊະນະອັນໃຫຍ່ຫຼວງທີ່ເປັນມູນເຊື້ອຂອງວັນຊາດທີ 2 ທັນວາ ເຊິ່ງເປັນໝາກຜົນແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕ້ານກັບຜູ້
ຮຸກຮານລ່າເມືອງແບບເກົ່າ ແລະ ແບບໃໝ່ ເພື່ອຫຼຸດພົ້ນຈາກຄວາມເປັນຂ້ອຍຂ້າ, ຍາດເອົາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປະເທດຊາດ; ຈົນໄດ້ສະຖະປະນາປະເທດຊາດເປັນປະເທດ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງດັ່ງກ່າວ ແມ່ນໄດ້ມາຈາກນ້ຳໃຈຮັກຊາດອັນສູງສົ່ງ, ນ້ຳໃຈເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າແກ່ນສູ້ຮົບທົນທານໜຽວແໜ້ນບົນພື້ນຖານຄວາມສາມັກຄີເປັນເອກະພາບ ໃນການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະ 49 ປີ ຜ່ານມາເຮັດໃຫ້ປະເທດຊາດໄດ້ມີສະຖຽນລະພາບທາງດ້ານການເມືອງໝັ້ນຄົງ, ເສດຖະກິດ-ສັງຄົມ, ວັດທະນະທຳໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ ແລະ ໄດ້ເລົ່າຄືນເຖິງຄຸນສົມບັດສິນທຳປະຕິວັດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເຊິ່ງທ່ານແມ່ນຜູ້ທີ່ຮັກຊາດ, ເປັນນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດສະຫຼາດສ່ອງໃສ; ເປັນນັກທິດສະດີ ໄປຄຽງຄູ່ກັບພຶດຕິກຳຕົວຈິງ ທ່ານໄດ້ເປັນສັນຍະລັກແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຂອງຊາດ, ໄດ້ຊີ້ນຳປຸກລະດົມປະຊາຊົນລາວບັນດາເຜົ່າລຸກຮືຂຶ້ນຍຶດອຳນາດທົ່ວປະເທດ ໃນປີ 1974-1975 ດ້ວຍ 3 ບາດຄ້ອນຍຸດທະສາດຢ່າງມີພິກໄຫວ ເພື່ອຍຶດອຳນາດທົ່ວປະເທດ ແລະ ນຳພາປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ